spot_img
Homeຂ່າວຄວາມສະຫງົບປກສ ນະຄອນໄກສອນພົມວິຫານຈັບໂຈນ ລັກເຫຼັກຕະແກງປິດທໍ່ລະບາຍນ້ຳ

ປກສ ນະຄອນໄກສອນພົມວິຫານຈັບໂຈນ ລັກເຫຼັກຕະແກງປິດທໍ່ລະບາຍນ້ຳ

Published on

ພັທ ພອນໄຊ ກຸນນຸວົງ ຮອງພະແນກຕຳຫລວດ ຜູ້ຊີ້ນຳວຽກງານສຶບສວນ-ສອບສວນ ໃຫ້ຮູ້ວ່າ: ທາງເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ນະຄອນໄກສອນພົມວິຫານ ໄດ້ຮັບແຈ້ງຄວາມຈາກ ຜູ້ເສຍຫາຍ ວ່າ: ໄດ້ມີຄົນຮ້າຍລັກລົດຈັກ, ຈາກນັ້ນທາງເຈົ້າໜ້າທີ່ວິຊາສະເພາະຈຶ່ງລົງເກັບກຳຂໍ້ມູນຫຼັກຖານຕ່າງໆ ຢູ່ໃນສະຖານທີ່ເກີດເຫດ, ຈົນຮອດວັນທີ 25 ກໍລະກົດ 2023 ຈຶ່ງສາມາດກັກຕົວ ທ້າວ ຂັນທະຈັກ ຫຼື ເປເລ້ ອາຍຸ 40 ປີ ບ້ານ ຈອມແກ້ວ ນະຄອນ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ.

ຜ່ານການສອບສວນ ຜູ່ກ່ຽວໃຫ້ການສາລະພາບວ່າ: ໃນໄລຍະເດືອນ 05 ປີ 2023 ແມ່ນໄດ້ພົ້ນໂທດອອກມາຈາກຄ້າຍຄຸມຂັງແກ້ງຄັນ ຈາກນັ້ນກໍ່ໄດ້ເລີ່ມເຄື່ອນໄຫວເລາະຫາລັກຊັບ ຜູ້ກ່ຽວແມ່ນໄດ້ຍ່າງເລາະຕາມເຮືອນປະຊາຊົນຖ້າພົບເຫັນລົດຈັກທີ່ມີກຸນແຈສຽບໄວ້ ກໍ່ຈະລົງມືລັກ ຜູ້ກ່ຽວໄດ້ລັກລົດຈັກຢູ່ພາຍໃນເທດສະບານ ນະຄອນ ໄກສອນ ພົມວິຫານ ລວມ 03ຄັ້ງ, ໄດ້ລົດຈັກ 03ຄັນ, ເຊີ່ງແມ່ນໄດ້ນຳໄປຂາຍຢູ່ຕ່າງເມືອງ ແລະ ຫລັງຈາກໄປຂາຍໄດ້ເງິນມາກໍ່ໄດ້ໄປຊື້ຢາບ້າເສບ,ສ່ວນຄະດີດັ່ງກ່າວທາງເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນໄກສອນພົມວິຫານ ໄດ້ສະຫຼຸບສົ່ງໃຫ້ອົງການໄອຍະການສືບຕໍ່ດຳເນີນຄະດີໄປຕາມຂັ້ນຕອນຂອງກົດໝາຍ.

ປະຈຸບັນທາງເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ສາມາດເກັບກູ້ລົດໄດ້ ຈຳນວນ 03 ຄັນ ແລະ ໄດ້ມອບຄືນໃຫ້ເຈົ້າຂອງລົດແລ້ວ.
ຕໍ່ມາໃນວັນທີ 21ມີນາ 2022 ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີຄົນຮ້າຍບໍ່ຮູ້ຈຳນວນມາລັກເຫຼັກຕະແກ໋ງປິດທໍ່ລະບາຍນ້ຳ ຢູ່ຂອບເຂດເທດສະບານນະຄອນ ໄກສອນ ພົມວິຫານ ຈຳນວນຫຼາຍຈຸດ,ທາງຄະນະພັກ-ຄະນະກອງບັນຊາການ ປກສ ນະຄອນ ຈິ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງເກັບກຳຂໍ້ມູນຫຼັກຖານ ຕົກມາຮອດວັນທີ 10 ກໍລະກົດ 2023 ເຈົ້າໜ້າທີ່ວິຊາສະເພາະ ຈິ່ງໄດ້ພົບເຫັນເຫຼັກຕະແກ໋ງປິດທໍ່ລະບາຍນ້ຳ ຈຳນວນ 15 ອັນ ຢູ່ຮ້ານຮັບຊື້ເຫຼັກເສດເຂດບ້ານອຸດົມວິໄລ ນະຄອນ ໄກສອນ ພົມວິຫານ.ຜ່ານການສອບຖາມເຈົ້າຂອງຮ້ານໄດ້ໃຫ້ການວ່າ:ເຫຼັກຕະແກ໋ງ ດັ່ງກ່າວແມ່ນຮັບຊື້ນຳປະຊາຊົນຄົນບ້ານ ໜອງຜື ນະຄອນ ໄກສອນ ພົມວິຫານ,ທາງເຈົ້າໜ້າທີ່ ໄດ້ກັກຕົວເຈົ້າຂອງຮ້ານ ຂື້ນມາຫ້ອງການກອງບັນຊາການ ປກສ ນະຄອນ ເພື່ອທຳການສືບສວນ-ສອບສວນ ເຈົ້າຂອງຮ້ານ ໄດ້ຮັບສາລະພາບວ່າ: ເຫຼັກຕະແກ໋ງປິດທໍ່ລະບາຍນ້ຳ ຈຳນວນ 15 ອັນ ແມ່ນຮັບຊື້ນຳທ້າວ ລຳພັນ ຄົນບ້ານໜອງຜື ນະຄອນ ໄກສອນ ພົມວິຫານ ຊື້ອັນ 01 ລາຄາ 40.000 ກີບ,ມີຈຳນວນ 15 ອັນ.

ຕົກມາຮອດວັນທີ 31 ກໍລະກົດ 2023 ຈຶ່ງໄດ້ກັກຕົວຜູ້ກໍ່ເຫດຊື່: ທ້າວ ລຳພັນ ອາຍຸ 25 ປີ ບ້ານ ໜອງຜື ຢູ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຜ່ານການສອບສວນ ເບື້ອງຕົ້ນຜູ່ກ່ຽວໄດ້ຮັບສາລະພາບວ່າ: ໄດ້ພາກັນ ເຄື່ອນໄຫວລັກຊັບ ແຕ່ ຕົ້ນປີ 2022 ເປັນຕົ້ນມາ ຕໍ່ກັບການກະທໍາ ຫຼື ການເຄື່ອນໄຫວຂອງພວກກ່ຽວແມ່ນໄດ້ສ້າງຜົນເສຍຫາຍຕໍ່ຊັບສິນຂອງລັດ ແລະ ຂອງປະຊາຊົນ ສ້າງຄວາມບໍ່ສະຫງົບ ,ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນສັງຄົມ ເຊິ່ງຜິດຕໍ່ລະບຽບກົດໝາຍ ເຊິ່ງທາງເຈົ້າໜ້າທີ່ຈະໄດ້ສືບຕໍ່ຂະຫຍາຍຜົນ ນໍາຈັບບັນດາຜູ້ທີ່ຮ່ວມຂະບວນການທີ່ຍັງຈັບບໍ່ທັນໄດ້ ເພື່ອນໍາຕົວພວກກ່ຽວມາດໍາເນີນຄະດີຕາມຂັ້ນຕອນຂອງກົດຫມາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...