spot_img
Homeຂ່າວການຊ່ວຍເຫຼືອຫຼາຍພາກສ່ວນ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດລວມມູນຄ່າ 13,8 ຕື້ກີບ

ຫຼາຍພາກສ່ວນ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດລວມມູນຄ່າ 13,8 ຕື້ກີບ

Published on

ຈາກເຫດການ ໄພນໍ້າຖ້ວມ ທີ່ສົ່ງຜົນກະທົບຢ່າງໜັກໜ່ວງ ໃຫ້ແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ໃນຫຼາຍພື້ນທີ່ ຢູ່ ສປປ ລາວ, ໃນວັນທີ 08 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ຫຼາຍພາກສ່ວນ ໄດ້ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດທໍາມະຊາດ ລວມມູນຄ່າທັງໝົດ 13.800.000.000 ກີບ ຊຶ່ງຕາງໜ້າໃຫ້ລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ກຽດຮັບໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ບັນດາພາກສ່ວນ ທີ່ໄດ້ມາມອບການຊ່ວຍເຫຼືອ ໃນຄັ້ງນີ້ ປະກອບມີ: ບໍລິສັດ ຊຽງຂວາງ ເທຣດດິງ ຈຳນວນ 2.000.000.000 ກີບ; ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຈຳນວນ 1.500.000.000 ກີບ; ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ແລະ ບໍລິສັດ ເອັດສທີກຣຸບ ພາກສ່ວນລະ 1.000.000.000 ກີບ; ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ (2) ແລະ ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ລວມ 700.000.000 ກີບ; ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ (AIDC) ແລະ ກຸ່ມບໍລິສັດ AIF ລວມ 600.000.000 ກີບ; ບໍລິສັດ ຮວາລີ ບໍ່ແຮ່ຈຳກັດ ຈຳນວນ 600.000.000 ກີບ; ທະນາຄານຮ່ວມພັດທະນາ (JDB), ບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ, ບໍລິສັດ ຫວຽດລົງທຶນ ແລະ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ພາກສ່ວນລະ 500.000.000 ກີບ; ບໍລິສັດ ຈົງລີລາວ ຈຳນວນ 400.000.000 ກີບ; ບໍລິສັດ ເອເຊຍ ຊັກຊີສ ໂຮນດິ້ງ ບໍ່ແຮ່ ຈຳກັດຜູ້ດຽວ, ບໍລິສັດ ຄຳມ່ວນອີມພຣອດ-ເອັກສພຣອດ, ບໍລິສັດ ລາວກໍ່ສ້າງ ແລະ ຂຸດຄົ້ນຊັບພະຍາກອນ ພາກສ່ວນລະ 300.000.000 ກີບ; ບໍລິສັດເບຍລາວ ມອບນ້ຳດື່ມມູນຄ່າ 300.000.000 ກີບ; ກຸ່ມບໍລິສັດ ພອນສັກ, ບໍລິສັດ ລາດຊະວົງພຣາຊາ ແລະ ກຸ່ມບໍລິສັດດວງຈະເລີນ ພັດທະນາກໍ່ສ້າງຈຳກັດ ພາກສ່ວນລະ 200.000.000 ກີບ; ບໍລິສັດ ແສງທະວີ ແລະ ບໍລິສັດ TVS ຈຳກັດຜູ້ດຽວ ລວມ 200.000.000 ກີບ ແລະ ພາກສ່ວນອື່ນໆ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ຊົມເຊີຍ ຕໍ່ພາກສ່ວນຕ່າງໆ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເພື້ອເຜື່ອແຜ່ ໃຫ້ການຊ່ວຍເຫຼືອຕໍ່ບັນດາຜູ້ປະສົບອຸທົກກະໄພ ໃນຄັ້ງນີ້ ເຖິງວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ, ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພພິບັດ ດ້ວຍຄວາມໂປ່ງໃສ, ໃຫ້ເຖິງ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ.

ນອກນັ້ນ ທ່ານ ຍັງໄດ້ຮຽກຮ້ອງ ແລະ ສະເໜີພາກສ່ວນຕ່າງໆ ໂດຍສະເພາະ ພາກທຸລະກິດ, ຜູ້ປະກອບການ ຈົ່ງພ້ອມກັນໃຫ້ການສະໜັບສະໜູນ ແລະ ປະຕິບັດບັນດາມາດຕະການ ທີ່ລັດຖະບານວາງອອກ ໂດຍສະເພາະ ມາດຕະການແກ້ໄຂບັນຫາເຄັ່ງຮ້ອນ ໃນປັດຈຸບັນ ເພື່ອເລັ່ງແກ້ໄຂບັນຫາຕ່າງໆ ໃຫ້ໄດ້ຮັບຜົນເປັນຢ່າງດີ ພ້ອມທັງ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການພັດທະນາທ້ອງຖິ່ນ ທີ່ຕົນເອງດຳເນີນທຸລະກິດ ໃຫ້ນັບມື້ໄດ້ຮັບການພັດທະນາ ເປັນກ້າວໆ.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...