spot_img
Homeແຈ້ງການເຂດເສດຖະກິດພິເສດສາມຫຼ່ຽມຄຳ ອອກແຈ້ງການ ຜູ້ທີ່ບໍ່ໄດ້ຖືທະບຽນວິສາຫະກິດ ຫ້າມນຳເອົາເຄື່ອງເຂົ້າມາສົ່ງ ແລະ ຂາຍ

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອອກແຈ້ງການ ຜູ້ທີ່ບໍ່ໄດ້ຖືທະບຽນວິສາຫະກິດ ຫ້າມນຳເອົາເຄື່ອງເຂົ້າມາສົ່ງ ແລະ ຂາຍ

Published on

ກະຊວງແຜນການ ແລະ ການລົງທຶນ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ອອກແຈ້ງການແຈ້ງການເຖິງ: ບັນດາພໍ່ຄ້າຊາວຂາຍ, ພາຍໃນ ແລະ ນອກເຂດເສດຖະກິດພິເສດ ສາມຫຼ່ຽມ. ເລື່ອງ: ຫ້າມພໍ່ຄ້າຊາວຂາຍ ຜູ້ທີ່ບໍ່ໄດ້ຖືທະບຽນວິສາຫະກິດ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມ ຄໍາ ນໍາເອົາເຄື່ອງເຂົ້າມາສົ່ງ ແລະ ຂາຍ.


– ອີງຕາມ ດໍາລັດ ວ່າດ້ວຍ ເຂດເສດຖະກິດພິເສດ ສະບັບເລກທີ 188/ລບ; ລົງວັນທີ 07 ມິຖຸນາ 2018; – ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ແລະ ນະຄອນຫຼວງ ສະບັບເລກທີ 1971/ກຜທ, ລົງວັນທີ 15 ສິງຫາ 2018;
– ອີຕາມ ການສະເຫນີ ຂອງສະພາບໍລິຫານເຂດ ແລະ ກຸ່ມບໍລິສັດດອກງິ້ວຄໍາ ຈໍາກັດ.
ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຂໍຖືເປັນກຽດແຈ້ງມາຍັງ ພໍ່ຄ້າຊາວຂາຍພາຍໃນ ແລະ ນອກເຂດເສດຖະກິດພິເສດ ສາມຫຼ່ຽມ ຮັບຊາບວ່າ: ຫ້າມບໍ່ໃຫ້ພໍ່ຄ້າຊາວຂາຍ ຜູ້ທີ່ບໍ່ໄດ້ຖືທະບຽນວິສາຫະກິດ ຢູ່ພາຍ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ນໍາເອົາປະເພດເຄື່ອງຍ່ອຍ, ອາຫານ ແລະ ເຄື່ອງດຶ່ມຕ່າງໆ ເຂົ້າມາສົ່ງ ແລະ ຂາຍ ດ້ວຍການນໍາໃຊ້ພາຫະນະລົດຈັກ; ລົດສາມລໍ້, ລົດໄຟຟ້າ ເພາະມີຜົນກະທົບຕໍ່ຜູ້ປະກອບການດໍາເນີນທຸລະກິດ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ໃນກໍລະນີຝ່າຝືນຖ້າຫາກເຈົ້າຫນ້າທີ່ກ່ຽວຂ້ອງພົບເຫັນຈະປະຕິບັດຕາມ ລະບຽບການ ແລະ ກົດຫມາຍທີ່ວາງອອກຢ່າງເຂັ້ມງວດ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງເພື່ອຊາບ ແລະ ໃຫ້ຄວາມຮ່ວມດ້ວຍ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...