spot_img
Homeຂ່າວພາຍ​ໃນຫຼາຍເມືອງຂອງແຂວງສະຫວັນນະເຂດໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ຫຼາຍເມືອງຂອງແຂວງສະຫວັນນະເຂດໄດ້ຮັບຜົນກະທົບຈາກນໍ້າຖ້ວມ

Published on

ເນື່ອງຈາກຝົນຕົກຕິດຕໍ່ກັນ ຫຼາຍວັນ ແລະ ໜັກສົມຄວນເລີ່ມ ແຕ່ວັນທີ 31 ກໍລະກົດ ຫາວັນ ທີ 2 ສິງຫາ 2023 ເຮັດໃຫ້ນ້ຳ ຕາມສາຍເຊ, ຫ້ວຍຮ່ອງຄອງບຶງ ຕ່າງໆເພີ່ມລະດັບສູງຂຶ້ນຢ່າງ ໄວວາ ແລະ ໄຫຼເຂົ້າຖ້ວມບ້ານເຮືອນ ແລະ ພື້ນທີ່ການຜະລິດຂອງ ປະຊາຊົນໃນຫຼາຍເມືອງຂອງ ແຂວງສະຫວັນນະເຂດເປັນຕົ້ນ ແມ່ນເມືອງອາດສະພັງທອງ ກໍມີຫຼາຍບ້ານໄດ້ຮັບຜົນກະທົບ ຈາກນ້ຳຖ້ວມເຊັ່ນວ່າ: ບ້ານແຈ ລະມອງ, ບ້ານໂພນນົກຂຽນ, ບ້ານປົ່ງນາ, ບ້ານດົງເຫັນ, ບ້ານ ດົງກິໂລ, ບ້ານຫຼຽນໄຊ ແລະ ບັນດາບ້ານທີ່ຢູ່ລຽບຕາມແຄມສາຍ ນ້ຳເຊຈໍາພອນ ແມ່ນໄດ້ຮັບຜົນກະທົບເກືອບໝົດທຸກບ້ານ.

ນອກນີ້ ກໍຍັງມີເມືອງພະລານໄຊ, ເມືອງອາດສະພອນ, ເມືອງຈຳພອນ, ເມືອງຊົນນະບູລີ, ເມືອງສອງຄອນ ທີ່ໄດ້ຮັບຜົນກະທົບກະນ້ຳຖ້ວມໃນຄັ້ງນີ້, ສ່ວນຄວາມເສຍຫາຍ ເບື້ອງຕົ້ນແມ່ນຍັງບໍ່ສາມາດປະເມີນໄດ້.

ຕໍ່ສະພາບການດັ່ງກ່າວ, ຈຶ່ງໄດ້ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ຕັ້ງບ້ານເຮືອນໃກ້ແຄມສາຍເຊຈໍາພອນ, ຊັງຊັງຊອຍ, ເຊບັ້ງຫຽງ ແລະ ສາຍຫ້ວຍຕ່າງໆຈົ່ງມີສະຕິລະວັງຕົວ ແລະໃຫ້ກະກຽມຄວາມພ້ອມຕະຫຼອດເວລາ ເພື່ອຮັບມືກັບໄພທໍາມະຊາດທີ່ຈະເກີດ ຂຶ້ນໄດ້ທຸກເວລາ.

ແຫຼ່ງຂ່າວ ສະຫວັນພັດທະນາຂ່າວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...