spot_img
Homeຂ່າວຕ່າງປະເທດເພື່ອນບ້ານຖືກແທງບາດເຈັບສາຫັດ ຍ້ອນສາເຫດປິດ Wi-Fi

ເພື່ອນບ້ານຖືກແທງບາດເຈັບສາຫັດ ຍ້ອນສາເຫດປິດ Wi-Fi

Published on

ອີງຕາມ ສຳນັກຂ່າວອອນລາຍ7HD ລາຍາງານໃນວັນທີ 29 ກໍລະກົດ 2023 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງເຫດວ່າ: ມີການທຳຮ້າຍຮ່າງກາຍກັນ ມີຜູ້ໄດ້ຮັບບາດເຈັບ ຈຶ່ງໄດ້ນຳກຳລັງໄປຈຸດເກີດເຫດຢູ່ໃນບ້ານຫຼັງໜຶ່ງ ໃນແຂວງທະວີວັດທະນາ ເຂດທະວີວັດທະນາ ກຸງເທບມະເປັນຫານະຄອນ ປະເທດໄທ, ເປັນລັກສະນະບ້ານແບ່ງໃຫ້ເຊົ່າເປັນຫ້ອງໆ ພົບຜູ້ບາດເຈັບຊື່ທ້າວ ຜະຍາ ອາຍຸ 44 ປີຖືກແທງດ້ວຍອາວຸດມີດທີ່ລຳຄໍດ້ານຊ້າຍເປັນບາດແຜເລິກ ທາງເຈົ້າໜ້າທີ່ກູ້ໄພຈຶ່ງໃຫ້ການຊ່ວຍເຫຼືອ ແລະ ນຳຕົວສົ່ງໂຮງໝໍ.

ທາງເຈົ້າໜ້າທີ່ຕຳຫຼວດເຂົ້າກວດສອບຫ້ອງທີ່ເກີດເຫດ ເຊິ່ງເປັນຫ້ອງດ້ານໃນສຸດຂອງບ້ານ ພົບຮ່ອງຮອຍການຕໍ່ສູ້, ມີຮອຍເປື້ອນເລືອດ ແລະ ພົບມີດຍາວເຈົ້າໜ້າທີ່ຈຶ່ງເກັບໄວ້ເປັນຫຼັກຖານ ສ່ວນຜູ້ກໍ່ເຫດຊື່ວ່າ ທ້າວ ທະນະວັດ ອາຍຸ 34 ປີ ເຊິ່ງບໍ່ໄດ້ຫຼົບໜີແຕ່ຍັງຕັ້ງວົງກິນກະທ້ອມເຊິ່ງຫ່າງຈາກຈຸດເກີດເຫດໄປພຽງ 50 ແມັດ ມີອາການເມົາ ເວົ້າບໍ່ຮູ້ເລື່ອງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວເພື່ອໄປສືບສວນ-ສອບສວນ ແລະ ດຳເນີນຄະດີ.

ທ້າວ ພະຍາ ຜູ້ບາດເຈັບໄດ້ເລົ່າວ່າ: ທ້າວ ທະນະວັດເປັນເພື່ອນບ້ານພັກຢູ່ຫ້ອງເຊົ່າຕິກັນ ແລະ ຮູ້ຈັກກັນມາດົນ ແຕ່ທ້າວ ທະນະວັດ ເປັນຄົນມັກດື່ມເຫຼົ້າເມົາແລ້ວຫາເລື່ອງເພື່ອນບ້ານຕະຫຼອດ, ເຊິ່ງສາເຫດໃນການການທຳຮ້າຍຮ່າງກາຍກັນ ເກີດຂຶ້ນຍ້ອນ ທ້າວພະຍາ ໄດ້ປິດວາຍຟາຍ ກ່ອນທີ່ ທ້າວ ທະນະວັດ ຈະດຶກແກ້ວເຫຼົ້າໃສ່ຫ້ອງຈົນແຕກ ແລະ ໄປ ຖືກລູກສາວຂອງຕົນ ຈຶ່ງໄດ້ໄປແຈ້ງຄວາມໄວ້, ທ້າວພະຍາ ຍັງໄດ້ເລົ່າຕື່ມອີກວ່າ: ສ່ວນສາເຫດທີ່ປິດວາຍຟາຍນັ້ນ ຕົນບໍ່ໄດ້ຫວງ ແຕ່ເນື່ອງຈາກຕົນຕ້ອງປິດໄຟຟ້າທຸກຄັ້ງກ່ອນອອກໄປເຮັດວຽກ ເພື່ອຄວາມປອດໄພ ຈົນມາຮອດມື້ເກີດເຫດຫຼັງຈາກກັບມາຈາກບ່ອນເຮັດວຽກ ທ້າວ ທະນະວັດ ໄດ້ພັງປະຕູເຂົ້າຫ້ອງໄປຕໍ່ວ່າ ແລະ ໃຊ້ອາວຸດມີດແທງເຂົ້າທີ່ຄໍໄດ້ຮັບບາດເຈັບ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...