Homeຂ່າວພາຍ​ໃນແຂວງຫົວພັນ ໄດ້ຕັດສີນປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ

ແຂວງຫົວພັນ ໄດ້ຕັດສີນປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ

Published on

ຄະນະສານອາຍາ ສານປະຊາຊົນແຂວງຫົວພັນ ໄດ້ຕັດສິນປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ

ວັນທີ 18 ກໍລະກົດ 2023 ຄະນະສານອາຍາ ສານປະຊາຊົນແຂວງຫົວພັນ ໄດ້ຕັດສິນປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈຳນວນ 11 ຄົນ ມີລາຍຊື່ດັ່ງນີ້:

  1. ທ. ຄຳພຸດ ອາຍຸ 21 ປີ ເປັນປະຊາຊົນຢູ່ບ້ານເມືອງຂັນ ເມືອງຊຳເໜືອ ແຂວງຫົວພັນ.
  2. ທ. ດົວ ສຸລິວົງຊົງ ຫຼື ດົວຊົງ ອາຍຸ 36 ປີ ອາດີດພະນັກງານ ຢູ່ບ້ານຫີນດຳ ເມືອງຊຳເໜືອ ແຂວງຫົວພັນ.
  3. ທ. ປໍແຢ ອາຍຸ 21 ປີ ເປັນປະຊາຊົນຢູ່ບ້ານເມືອງຂັນ ເມືອງຊຳເໜືອ ແຂວງຫົວພັນ.
  4. ທ. ຫວາລີຢ່າງ ຫຼື ລີຢ່າງ ອາຍຸ 28 ປີ ເປັນປະຊາຊົນຢູ່ບ້ານປ່າຂົມ ເມືອງໜອງແຮດ ແຂວງຊຽງຂວາງ.
  5. ທ. ວາເຢັ່ງທໍ່ ອາຍຸ 20 ປີ ເປັນປະຊາຊົນຢູ່ບ້ານໜອງແຮດ ເມືອງຊຳໃຕ້ ແຂວງຫົວພັນ.
  6. ທ. ອາທອງ ອາຍຸ 18 ປີ ເປັນປະຊາຊົນຢູ່ບ້ານງາຍໃຕ້ ເມືອງຜົ້ງສາລີ ແຂວງຜົ້ງສາລີ
  7. ທ. ເຢີທໍ່ ອາຍຸ 34 ປີ ເປັນປະຊາຊົນຢູ່ບ້ານພູຫຼວງ ເມືອງຊຳເໜືອ ແຂວງຫົວພັນ.
  8. ທ. ໂຕ້ມົວ ອາຍຸ 28 ປີ ເປັນປະຊາຊົນຢູ່ບ້ານ ວຶນ ເມືອງຊຳໃຕ້ ແຂວງຫົວພັນ.
  9. ທ. ພອນຄຳ ອາຍຸ 46 ປີ ເປັນປະຊາຊົນຢູ່ບ້ານພັນສະຫວັນເມືອງຊຳໃຕ້ ແຂວງຫົວພັນ.
  10. ທ. ເຮີປໍ້ທໍ່ ອາຍຸ 35 ປີ ເປັນປະຊາຊົນຢູ່ບ້ານປ່າຂົມ ເມືອງຊຳໃຕ້ ແຂວງຫົວພັນ.
  11. ທ. ເດົາວື ອາຍຸ 20 ປີ ເປັນປະຊາຊົນຢູ່ບ້ານມ້າ ເມືອງກວັນ ແຂວງຫົວພັນ.

ໃຫ້ພວກນັກໂທດທີ່ມີລາຍຊື່ຂ້າງເທິງນີ້ປະຕິບັດເງືອນໄຂດັ່ງຕໍ່ໄປນີ້:

  1. ເມື່ອອອກໄປແລ້ວຕ້ອງເຄົາລົບ ແລະ ປະຕິບັດລະບຽບຂອງບ້ານ, ກົດໝາຍຂອງລັດຢ່າງເຂັ້ມງວດ;
  2. ພາຍໃນກຳນົດເວລາ 5 ປີ ນັບແຕ່ມື້ຖືກປ່ອຍຕົວເປັນຕົ້ນໄປຜູ້ຖືກປ່ອຍຕົວກ່ອນກຳນົດຫາກໄດ້ປະຕິບັດຖືກຕ້ອງຕາມເງື່ອນໄຂ ແລະ ບໍ່ໄດ້ກະທຳຜິດໃໝໂດຍເຈດຕະນາ ໂທດທີ່ຍັງເຫຼືອນັ້ນກໍ່ຈະຕົກໄປ (ໂທດທີ່ຍັງເຫຼືອບໍ່ທັນໄດ້ປະຕິບັດ) ໃນກໍລະນີຜູ້ຖືກປ່ອຍຕົວກ່ອນກຳນົດຫາກໄດ້ກະທຳຜິດໃໝໂດຍເຈດຕະນາ ພາຍໃນກຳນົດເວລາດັ່ງກ່າວ ແລະ ເຖິງຂັ້ນສານຕັດສິນລົງໂທດຕັດອິດສະລະພາບຜູ້ຖືກປ່ອຍຕົວກ່ອນກຳນົດຈະໄດ້ປະຕິບັດໂທດໃໝ່ ລວມທັງໂທດເກົ່າທີ່ຍັງບໍ່ທັນໄດ້ປະຕິບັດນັ້ນໄປພ້ອມກັນຈົນໝົດກຳນົດໂທດດັ່ງກ່າວ (ຕາມທີ່ກຳນົດໄວ້ໃນມາດຕາ 79 ຂອງປະມວນກົດໝາຍອາຍາ ສະບັບປີ 2017);
  3. ໃຫ້ຜູ້ທີ່ຍັງບໍ່ທັນໄດ້ຊຳລະຄ່າປັບໃໝ,ຄ່າທຳນຽມສານ,ຄ່າເສຍຫາຍທາງແພ່ງ ແລະ ເງິນທີ່ຮີບຄືນຈາກຈຳເລີຍຄົບຖ້ວນຕາມຄຳຕັດສິນຂອງສານນັ້ນ ແມ່ນໃຫ້ສືບຕໍ່ໄປຊຳລະຢູ່ຂະແໜງຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ຂື້ນກັບພະແນກຍຸຕິທຳ ແຂວງຫົວພັນ ຫຼື ໜ່ວຍງານປະຕິບັດຄຳຕັດສິນຂອງສານທີ່ຂື້ນກັບຫ້ອງການຍຸຕິທຳເມືອງໃຫ້ຄົບຖ້ວນ;
  4. ມອບໃຫ້ຄອບຄົວ, ຍາດພີ່ນ້ອງຂອງຜູ້ຖືກປ່ອຍຕົວ ແລະ ອຳນາດການປົກຄອງບ້ານຂອງຜູ້ຖືກປ່ອຍຕົວຂຶ້ນກັບເປັນຜູ້ຄຸ້ມຄອງ, ສຶກສາອົບຮົມ ແລະ ຕິດຕາມຜູ້ຖືກປ່ອຍຕົວກ່ອນກຳນົດ, ໃນກໍລະນີຜູ້ຖືກປ່ອຍຕົວກ່ອນກຳນົດບໍ່ປະຕິບັດຕາມລະບຽບຂອງບ້ານ, ບໍ່ປະຕິບັດຕາມເງື່ອນໄຂທີ່ວາງໄວ້ຂ້າງເທິງ ຫຼື ລະເມີດກົດໝາຍນັ້ນ ຄອບຄົວແລະອຳນາດການປົກຄອງບ້ານຕ້ອງລາຍງານໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ໃກ້ຄຽງຢ່າງທັນການ.

ແຫຼ່ງຂ່າວ ສານປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...