spot_img
Homeຂ່າວອຸບັດຕິເຫດກູ້ໄພອາສາເພຶ່ອປະຊາຊົນ 1624 ເຂດ 4 ປະຈຳເມືອງປາກງື່ມໄດ້ເກີດອຸບັດຕິເຫດລົດປີ້ນ

ກູ້ໄພອາສາເພຶ່ອປະຊາຊົນ 1624 ເຂດ 4 ປະຈຳເມືອງປາກງື່ມໄດ້ເກີດອຸບັດຕິເຫດລົດປີ້ນ

Published on

ອີງຕາມ ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1624 ລາຍງານໃນວັນທີ 25 ກໍລະກົດ 2023 ຜ່ານມາ, ເວລາປະມານ 21:30 ນາທີ ເຈົ້າໜ້າທີ່ອາສາໄດ້ໄປອານາໄມຫ້ອງການໃໝ່ປະຈຳເຂດ 4 ຢູ່ບ້ານ ນາຊອນ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ໂດຍຂາກັບມີເຈົ້າໜ້າທີ່ຂີ່ລົດສຸກເສີນມານຳກັນ 5 ຄົນ ຫຼັງເດີນທາງອອກຈາກຫ້ອງການໃໝ່ມາໜຶ່ງກີໂລແມັດ ກຳລັງຈະໄປຮັບຄົນເຈັບໄດ້ມີລົດຈັກຂວາງທາງ ເຮັດໃຫ້ເຈົ້າໜ້າທີ່ກູ້ໄພຜູ້ຂັບລົດສຸກເສີນຫັກຫຼົບຫຼີກເຮັດໃຫ້ລົດປີ້ນລົງຄອງ.

ອຸບັດຕິເຫດຄັ້ງນີ້ມີເຈົ້າໜ້າທີ່ກູ້ໄພອາສາບາດເຈັບສາຫັດ 2 ຄົນ ແລ ະບາດເຈັບເລັກໜ້ອຍ3ຄົນ ສວນລົດທີປີ້ນເປເພໜັກສົມຄວນ.

ທີ່ມາ: ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1624

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...