spot_img
Homeຂ່າວຕ່າງປະເທດພົບວັດຖຸຂະໜາດໃຫຍ່ຖືກພັດຂຶ້ນມາແຄມຝັ່ງທີ່ກຣີນເຮດຂອງອົດສະຕຣາລີ

ພົບວັດຖຸຂະໜາດໃຫຍ່ຖືກພັດຂຶ້ນມາແຄມຝັ່ງທີ່ກຣີນເຮດຂອງອົດສະຕຣາລີ

Published on

ພົບວັດຖຸຂະໜາດໃຫຍ່ຖືກພັດຂຶ້ນມາແຄມຝັ່ງທີ່ກຣີນເຮດ (Green Head) ຫ່າງຈາກເມືອງເພິດ ໃນລັດເວັສເທິນ ອົດສະຕຣາລີ 250 ກິໂລແມັດ ເຊິ່ງໄດ້ຮັບແຈ້ງໃນວັນທີ 16 ກໍລະກົດ ຜູ້ຊ່ຽວຊານກ່າວວ່ານີ້ອາດແມ່ນສ່ວນປະກອບຂອງຈະຫຼວດສຳຫຼວດອະວາກາດອິນເດຍ.

Engineer says piece of Indian rocket found on Green Head beach could be 20  years old - ABC News

ສຳນັກຂ່າວ ABC Australia News ໄດ້ລາຍງານວ່າ: ພົບວັດຖຸລຶກລັບຊົງກະບອກສີທອງຂະໜາດໃຫຍ່ທີ່ເຮັດມາຈາກເຫຼັກ ໂດຍພົບວັດຖຸນີ້ຂຶ້ນຝັ່ງໃນກຣີນເຮດ (Green Head) ຫ່າງຈາກເມືອງເພິດ ໃນລັດເວັສເທິນ ອົດສະຕຣາລີ 250 ກິໂລແມັດ ແລະ ຖືກລາຍງານຕໍ່ຕຳຫຼວດຫຼັງຈາກການພັດຂຶ້ນແຄມຝັ່ງກ່ອນໜ້າໃຫ້ກັບ Jurien Bay.

ວັດຖຸດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງໜັກ, ຢ່າງໃດກໍຕາມ ຕຳຫຼວດລັດເວັສເທິນ ອົດສະຕຣາລີ ຢືນຢັນວ່າ ວັດຖຸນີ້ບໍ່ແມ່ນສ່ວນປະກອບຂອງເຮືອບິນມາເລເຊຍແອລາຍ MH370 ທີ່ສູນຫາຍໄປໃນ 2014 ຕາມການເລົ່າລືກັນ, ແຕ່ທາງເຈົ້າໜ້າທີ່ຍັງບໍ່ໝັ້ນໃຈວ່າວັດຖຸດັ່ງກ່າວແມ່ນຫຍັງແທ້ ແລະ ໄດ້ຈັດໃຫ້ເປັນວັດຖຸອັນຕະລາຍ.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...