spot_img
Homeຂ່າວພາຍ​ໃນປກສ ນະຄອນໄກສອນພົມວິຫານ ຈັບແກ້ງໂຈນທີ່ລັກລົດຈັກ ແລະ ສາຍໄຟ

ປກສ ນະຄອນໄກສອນພົມວິຫານ ຈັບແກ້ງໂຈນທີ່ລັກລົດຈັກ ແລະ ສາຍໄຟ

Published on

ຕາມການລາຍງານຂອງ ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໃນ ວັນທີ 13 ກໍລະກົດ 2023ນີ້ ວ່າ: ໃນວັນທີ 29/6/2023 ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ໄດ້ກັກຕົວທ້າວ ເສົານິລັນ ອາຍຸ 19 ປີ, ອາຊີບຫວ່າງງານ ບ້ານສະ ໜາມໄຊ ນະຄອນໄກສອນພົມວິ ຫານ ເຊິ່ງເປັນເປົ້າໝາຍເຄື່ອນ ໄຫວລັກຊັບ.

ຜ່ານການສອບສວນ ຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາ ລະພາບວ່າ: ໄດ້ເຄື່ອນໄຫວລັກຊັບ (ລັກສາຍໄຟ) ຢູ່ພາຍໃນເທສະ ບານນະຄອນ, ທາງເຈົ້າໜ້າທີ່ ຈຶ່ງ ໄດ້ສອບຂະຫຍາຍຜົນຈົນສາມາດ ຈັບກຸມຜູ້ຮ່ວມຂະບວນການເພີ່ມ ເຕີມອີກ 4 ຄົນຄື: ທ້າວ ຕ້ອມ ອາຍຸ 20 ປີ, ທ້າວ ພວງ ອາຍຸ 16 ປີ, ທ້າວ ເທບໄທ ອາຍຸ 25 ປີ, ບ້ານ ໂພນສະຫວ່າງໃຕ້ ນະຄອນໄກ ສອນພົມວິຫານ ແລະທ້າວ ສຸກ ອາຍຸ 42 ປີ(ບ້ານເກີດສາງນ້ຳມັນ ນະຄອນປາກເຊ ແຂວງຈຳປາ ສັກ) ທີ່ມາພັກເຊົາຢູ່ບ້ານໂພນສະ ຫວ່າງໃຕ້, ທັງໝົດແມ່ນຫວ່າງ ງານ. ຜ່ານການສອບສວນ-ສືບ ສວນເບື້ອງຕົ້ນພວກກ່ຽວໄດ້ຮັບ ສາລະພາບວ່າ: ໄດ້ພາກັນເຄື່ອນ ໄຫວລັບຊັບແຕ່ຊ່ວງເດືອນ 10 ປີ 2022 ເປັນຕົ້ນມາ ໂດຍຮູບ ການເຄື່ອນໄຫວແມ່ນຈະນຳໃຊ້ ລົດຈັກ ແລະຍ່າງເລາະຕາມເສັ້ນ ທາງໃນຕົວເມືອງ ແລະເຮືອນປະ ຊາຊົນໃນເວລາກາງຄືນ ຖ້າໄດ້ ໂອກາດກໍ່ຈະລົງມືລັກ ໂດຍນຳ ໃຊ້ອຸປະກອນໃນການຕັດງັດລັກ ສາຍໄຟ ໂດຍໄດ້ລັກສາຍໄຟຢູ່ຈຸດ ສຳຄັນຕ່າງໆຄື: ລັກສາຍໄຟຢູ່ອະ ນຸສອນສະຖານປະທານໄກສອນ ພົມວິຫານ, ອະນຸສາວະລີ ທ່ານ ພູນ ສີປະເສີດ, ສາຍໄຟເຍືອງທາງ (ໄຟປະດັບ) ຖະໜົນສັນຕິພາບ (ເສັ້ນສອງເລນ) ເຊິ່ງໄດ້ຕັດເອົາ ສາຍໄຟປະດັບຢູ່ບໍລິເວນຄູຂັ້ນ ກາງທາງບໍລິເວນໜ້າດອນຫໍ (ຂອບເຂດບ້ານໂພນສະຫວ່າງ ໃຕ້) ແຕ່ບໍລິເວນສີ່ແຍກພັດຕະ ຄານດາວຮຸ່ງ 1 ຫາທາງໂຄ້ງເດີ່ນ ຍົນໄລຍະປະມານ 200 ແມັດ, ມ້າງລັກເອົາໜ້າຈໍໂທລະພາບທີ່ ໄວ້ເບິ່ງກ້ອງວົງຈອນປິດ, ກ້ອງ ເກັບຄວາມຈຳຂອງກ້ອງວົງຈອນ ປິດ ແລະແອ 2 ໜ່ວຍຢູ່ຫ້ອງບໍລິ ການດູແລສວນສາທາລະນະໜ້າ ຫ້ອງວ່າການປົກຄອງແຂວງ ແລະ ລັກສາຍໄຟຕາມເຮືອນ ປະຊາຊົນ ທີ່ບໍ່ມີຄົນຢູ່. ພາຍຫຼັງລັກມາໄດ້ ພວກກ່ຽວ ແມ່ນຈະປອກ ຫຼື ເອົາ ໄຟຈູດສາຍໄຟທີ່ລັກມາ ເພື່ອເອົາ ທອງແດງ ທີ່ຢູ່ດ້ານໃນ ແລ້ວນຳໄປ ຂາຍໃຫ້ຄົນຫວຽດນາມທີ່ຮັບ ຊື້ເຫຼັກເສດ. ຕໍ່ກັບການກະທຳ ຫຼື ການເຄື່ອນໄຫວຂອງພວກກ່ຽວ ແມ່ນໄດ້ສ້າງຜົນເສຍຫາຍຕໍ່ຊັບ ສິນຂອງລັດ ແລະປະຊາຊົນ ສ້າງ ຄວາມບໍ່ສະຫງົບຄວາມເປັນລະ ບຽບຮຽບຮ້ອຍພາຍໃນສັງຄົມ ເຊິ່ງຜິດຕໍ່ລະບຽບກົດໝາຍ, ທາງ ເຈົ້າໜ້າທີ່ ຈະໄດ້ສືບຕໍ່ຂະຫຍາຍ ຜົນນຳຊອກນຳຈັບບັນດາຜູ້ທີ່ ຮ່ວມຂະບວນການ ທີ່ຍັງບໍ່ທັນໄດ້ ເພື່ອນຳຕົວພວກກ່ຽວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນເວລາ 8 ໂມງ 00 ນາທີຂອງວັນ ທີ 15/3/2023 ທາງເຈົ້າໜ້າທີ່ ໜ່ວຍງານສືບສວນ-ສອບສວນ ຄະດີອາຍາກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ຮັບແຈ້ງຄວາມຈາກຜູ້ເສຍ ຫາຍຊື່: ນາງ ບຸນຖະໜອມ ອາຍຸ 50 ປີ, ອາຊີບຄ້າ-ຂາຍ ບ້ານຫົວ ເມືອງເໜືອ ນະຄອນໄກສອນ ພົມ ວິຫານວ່າ: ໃນເວລາປະມານ 3 ໂມງເຊົ້າ ຂອງວັນທີ 15/3/2023 ມີຄົນຮ້າຍບໍ່ຮູ້ຈຳນວນເຂົ້າມາ ລັກລົດຈັກຍີ່ຫໍ້ ຢາມາຮ້າ ຮຸ່ນເອັກ ແມັກ ສີດຳ ປ້າຍທະບຽນ ຍຜ 9799 ສຂ, ທີ່ຈອດໄວ້ຢູ່ພາຍໃນບໍລິເວນໜ້າເຮືອນ ໄດ້ມີຄົນຮ້າຍມາຕັດກະແຈຮົ້ວເຫຼັກໜ້າເຮືອນ ແລ້ວເຂົ້າມາລັກລົດຈັກຄັນດັ່ງກ່າວໄປ; ໃນເມື່ອໄດ້ຮັບແຈ້ງຄວາມຄືແນວ ນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງເກັບກຳຂໍ້ມູນຫຼັກຖານ ຕ່າງໆຢູ່ໃນສະຖານທີ່ເກີດເຫດ ແລ້ວຂຶ້ນບັນຊີເປົ້າໝາຍ; ພໍມາ ຮອດວັນທີ 18/3/2023 ຈິ່ງສາ ມາດກັກຕົວທ້າວ ລິນດາ ຫຼື ທ້າວ ອາຍຸ 30 ປີ, ອາຊີບຫວ່າງງານ, ຢູ່ບ້ານລາດຊະວົງໄຊ ນະຄອນ ໄກສອນພົມວິຫານ ມາທຳການ ສອບສວນ, ຜ່ານການສອບສວນ ຜູ້ກ່ຽວໄດ້ໃຫ້ການຊັດທອດເຖິງ ໝູ່ທີ່ຮ່ວມເຄື່ອນໄຫວລັກລົດຈັກ ນຳກັນຈຳນວນ 3 ຄົນ, ຕໍ່ມາ ຮອດວັນທີ 12/4/2023 ຈິ່ງສາ ມາດກັກຕົວທ້າວ ຄູນມາ ຫຼື ປັບ ອາຍຸ 21 ປີ, ອາຊີບຫວ່າງງານ ບ້ານດອນກອງເມືອງອາດສະ ພອນ, ທ້າວ ພັນທະວົງ ຫຼື ເທ້ ອາຍຸ 24 ປີ, ອາຊີບຫວ່າງງານ, ບ້ານ ໄຊສົມບູນ ເມືອງອຸທຸມພອນ ແຂວງ ສະຫວັນນະຂດ ມາດຳເນີນຄະດີ ໄປຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ-ສອບ ສວນ, ພວກກ່ຽວທັງສີ່ໄດ້ໃຫ້ການ ຮັບສາລະພາບວ່າ: ພວກກ່ຽວໄດ້ ເຄື່ອນໄຫວລັກລົດຈັກເລີ່ມແຕ່ຕົ້ນປີ 2022 ຈົນເຖິງປະຈຸບັນ, ຊຶ່ງໄດ້ຮ່ວມກັນເຄື່ອນໄຫວປຸ້ນຊັບ ແລະລັກຊັບຢູ່ຂອບເຂດເມືອງ ທ່າແຂກ ແຂວງຄຳມ່ວນ, ເມືອງ ອຸທຸມພອນ, ເມືອງໄຊບູລີ, ເມືອງ ຈຳພອນ, ເມືອງທ່າປາງທອງ ແລະນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດຈຳນວນ 38 ຄັ້ງ, ລັກລົດຈັກໄດ້ 41 ຄັນ, ໂດຍໃຊ້ວິທີຂັບຂີ່ລົດຈັກໄປຫາ ເລາະເຊົ່າເຮືອນພັກ (ຫ້ອງເຊົ່າ) ພໍຮອດເວລາທ່ຽງຄືນ, ພວກກ່ຽວ ກໍ່ພາກັນອອກເຄື່ອນໄຫວ ໂດຍຂັບ ຂີ່ລົດຈັກຊ້ອນກັນອອກໄປຊອກ ຫາລັກ, ຂີ່ລົດຈັກເລາະຕາມເສັ້ນ ທາງໃນຂອບເຂດເທສະບານ ເມື່ອສັງເກດເຫັນລົດຈັກຈອດໄວ້ ຢູ່ເຮືອນ ແລະເຈົ້າຂອງເຮືອນນອນ ຫຼັບ ພວກກ່ຽວຈິ່ງລົງມືລັກເອົາ ໂດຍໃຊ້ກະແຈໂຕເຕ(T)ທີ່ກຽມ ມາຫັກຫູກະແຈຮົ້ວທາງເຂົ້າ ເຮືອນ ແລ້ວຍ່າງເຂົ້າໄປລັກເອົາ ລົດຈັກທີ່ຈອດໄວ້ ໂດຍໃຊ້ຄີມລ໋ອກ ທີ່ກຽມມາສຸບເຂົ້າຮູກະແຈລົດ ແລ້ວບິດໄປທາງຂວາມື ເພື່ອປົດ ລ໋ອກແລ້ວຈິ່ງຈູງລົດອອກມາ ນອກທາງ ແລ້ວຂັບຂີ່ໄປຊຸກເຊື່ອງ ໄວ້ຢູ່ເຮືອນພັກທີ່ເຊົ່າໄວ້, ຖ້າເປັນ ລົດຈັກຮຸ່ນຣີໂໝດພວກກ່ຽວກໍ່ ຈະຫັກຄຳ; ພາຍຫຼັງລັກໄດ້ແລ້ວ ກໍ່ຕິດຕໍ່ໃຫ້ລູກຄ້າມາຊື້ ຫຼື ຂັບຂີ່ໄປ ຂາຍໃຫ້ລູກຄ້າຢູ່ຕ່າງເມືອງ, ເຊິ່ງ ຂາຍໃນລາຄາຄັນລະ 2-6 ລ້ານ ກີບ, ສ່ວນເງິນທີ່ໄດ້ມາແມ່ນແບ່ງ ປັນກັນຄົນລະເຄິ່ງ ແລ້ວເອົາເງິນ ໄປຊື້ເກມເຊີ້ມາຫຼິ້ນ ແລະຊື້ຢາບ້າ ເສບຈົນໝົດ.

ປະຈຸບັນ, ທາງເຈົ້າໜ້າທີ່ວິ ຊາສະເພາະແມ່ນສາມາດເກັບກູ້ ລົດຈັກຄືນມາໄດ້ຈຳນວນ 10 ຄັນ ແລະລົດຈັກທີ່ຍັງບໍ່ສາມາດເກັບ ກູ້ມາໄດ້ຈຳນວນ 31 ຄັນ, ຍ້ອນ ວ່າຜູ້ຮັບຊື້ລົດຈັກຈຳນວນດັ່ງ ກ່າວ ແມ່ນເອົາຕົວຫຼົບໜີຈາກການ ດຳເນີນຄະດີຂອງເຈົ້າໜ້າທີ່; ສ່ວນ ຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ວິ ຊາສະເພາະ ປກສ ນະຄອນໄກ ສອນພົມວິຫານ ແມ່ນຈະໄດ້ສະຫຼຸບ ສົ່ງໃຫ້ເຈົ້າໜ້າທີ່ ປກສ ແຂວງ ສືບຕໍ່ດຳເນີນຄະດີໄປຕາມຂັ້ນ ຕອນຂອງກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...