spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງໂຮງງານໄຟຟ້າດ້ວຍພະລັງງານລົມ 2.687 ເຮັກຕາ ຢູ່ເມືອງເຊໂປນ

ໂຄງການກໍ່ສ້າງໂຮງງານໄຟຟ້າດ້ວຍພະລັງງານລົມ 2.687 ເຮັກຕາ ຢູ່ເມືອງເຊໂປນ

Published on

ສປປ ລາວ ບັນລຸຂໍ້ຕົກລົງ Project Development Agreement (PDA) ຊຶ່ງແມ່ນໂຄງການກໍ່ສ້າງໂຮງງານໄຟຟ້າດ້ວຍພະລັງງານລົມ ໃນເນື້ອທີ່ 2.687 ເຮັກຕາ, ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ກັບ ບໍລິສັດຫຸ້ນສ່ວນການລົງທຶນ ເອເອັມໄອ ກວາງບິ່ງ (AMI).

ໃນໄລຍະທີ 1: ຈະມີກຳລັງການຜະລິດໄຟຟ້າ 187,2 ເມກາວັດ ແລະ ຄາດວ່າຈະສຳເລັດໂຄງການທ້າຍປີ 2023 ແລ້ວຈະດຳເນີນການຜະລິດຢ່າງເປັນທາງການໃນໄຕມາດ 4 ປີ 2025 ເພື່ອສົ່ງອອກໄປ ສສ ຫວຽດນາມ.

ພິທີເຊັນສັນຍາໂຄງການດັ່ງກ່າວ ໄດ້ຈັດຂຶ້ນ ທີ່ນະຄອນຫຼວງວຽງຈັນ ໂດຍການລົງນາມລະຫວ່າງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຫງວຽນ ນາມ ຖັງ (Nguyen Nam Thang) ປະທານສະພາບໍລິຫານ ບໍລິສັດ (AMI) ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ; ທ່ານ ຫວຽນ ບ໋າ ຮຸ່ງ (Nguyen Ba Hung) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ; ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບການອະນຸມັດຈາກ ກະຊວງພະລັງງານ ແລະ ບໍ່ແຮ່, ເພື່ອສົ່ງເສີມຄວາມຄືບໜ້າຂອງໂຄງການ ແລະ ບັນລຸໄດ້ເປົ້າໝາຍການສົ່ງອອກໄຟຟ້າໃຫ້ໄດ້ໃນໄຕມາດທີ 4 ປີ 2025.

ບໍລິສັດ AMI ໄດ້ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ສະຫະບໍລິສັດໄຟຟ້າຫວຽດນາມ ກ່ຽວກັບແຜນການເຊື່ອມເຄືອຂ່າຍ ແລະ ລົງ ທຶນຕິດຕັ້ງສາຍສົ່ງໄຟຟ້າແຮງສູງ 220 ກິໂລໂວນ ຄວາມຍາວປະມານ 40 ກິໂລ​ແມັດ ຈາກສະຖານີໄຟຟ້າ 220 ກິໂລໂວນຂອງໂຄງການ PDA ສະຫວັນນະເຂດ ໄປຫາ ສະຖານີໄຟຟ້າ 550 ກິໂລໂວນ ລາວບາວ ຂຶ້ນກັບເມືອງເຮືອງຮວາ ແຂວງກວາງຈິ ສສ ຫວຽດນາມ ໂດຍບໍລິສັດ ຈະເປັນເຈົ້າການໃນການຊົດເຊີຍ ແລະ ບຸກເບີກພື້ນທີ່ຂອງໂຄງການ, ໄດ້ຮັບສິດຄຸ້ມຄອງ ແລະ ພັດທະນາໂຄງການ ຮອດປີ 2030.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...