Homeຂ່າວຕ່າງປະເທດເຫດດິນເຈື່ອນໃນຈີນ ເຮັດໃຫ້ມີຜູ້ເສຍຊີິວິດ 1 ແລະ ສູນຫາຍອີກ 7 ຄົນ

ເຫດດິນເຈື່ອນໃນຈີນ ເຮັດໃຫ້ມີຜູ້ເສຍຊີິວິດ 1 ແລະ ສູນຫາຍອີກ 7 ຄົນ

Published on

ຕາມການລາຍງານຂອງສະຖານີໂທລະພາບ CCTV ຂອງຈີນ ໄດ້ລາຍງານວ່າ: ໃນທ້າຍອາທິດທີ່ຜ່ານມາ ເກີດເຫດດິນເຈື່ອນໃນບໍລິເວນພາກກາງຂອງປະເທດຈີນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ຍັງມີຄົນສູນຫາຍອີກຈຳນວນ 7 ຄົນ.

ໃນວັນທີ 8 ກໍລະກົດ 2023 ຈາກເຫດດິນເຈື່ອນທັບໂຄງການກໍ່ສ້າງທາງດ່ວນສາຍໜຶ່ງໃນເຂດຫູເປີ່ຍ ທາງພາກກາງຂອງປະເທດຈີນ ມີຜູ້ລອດຊີວິດ 6 ຄົນ ແລະ ມີລາຍງານຜູ້ທີ່ໄດ້ຮັບບາດເຈັບອີກຈຳນວນໜຶ່ງ, ໂດຍທາງການກຳລັງພະຍາຍາມປ້ອງກັນໄພພິບັດໃນພື້ນທີ່ອື່ນໆອີກ ເພື່ອບໍ່ໃຫ້ເກີດເຫດການແບບນີ້ອີກ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພ ແລະ ລົດຂຸດ ຍັງຄົ້ນຫາຜູ້ທີ່ສູນຫາຍຢ່າງຕໍ່ເນື່ອງ.

ນອກຈາກນີ້ ຍັງມີລາຍງານຕື່ມອີກວ່າ ເກີດມີຝົນຕົກໜັກໃນຫຼາຍພື້ນທີ່ຂອງຈີນ ເຮັດໃຫ້ເກີດດິນເຈື່ອນໃນຫຼາຍພື້ນທີ່ຂອງມົນທົນເສສວນ ໃນໄລຍທີ່ຜ່ານມາ, ລວມທັງເຫດການທີ່ເໝືອງຂຸດເຈາະແຫ່ງໜຶ່ງ ເຊິ່ງເຫດການນັ້ນເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ແລະ ຍັງມີເຫດການດິນເຈື່ອນ ໃນເຂດອື່ນໆອີກ ເຮັດໃຫ້ມີຜູ້ເສຍຊີວິດໄປອີກ 4 ຄົນ.

ທັ້ງນີ້ ລັດຖະບານຈີນໄດ້ສັ່ງການໃຫ້ແຕ່ລະທ້ອງຖິ່ນຕື່ນໂຕ ແລະ ຕຽມພ້ອມຮັບມືກັບສະຖານະການຝົນຕົກໜັກໄພ ທຳມະຊາດອື່ນໆຢູ່ຕະຫຼອດ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...