spot_img
Homeຂ່າວຄາດຕະກຳພໍ່ລ້ຽງສຸດໂຫດ! ໃຊ້ໄມ້ເບສບອນຕີລູກສາວ ອາຍຸ 12 ປີ ເສຍຊີວິດ

ພໍ່ລ້ຽງສຸດໂຫດ! ໃຊ້ໄມ້ເບສບອນຕີລູກສາວ ອາຍຸ 12 ປີ ເສຍຊີວິດ

Published on

ໃນວັນທີ 4 ກໍລະກົດ 2023 ນີ້, ເກີດເຫດສະຫຼົດ! ພໍ່ລ້ຽງໃຊ້ໄມ້ເບສບອນຕີລູກລ້ຽງເດັກຜູ້ຍິງ ອາຍຸ 12 ປີ ເສຍຊີວິດ ແລ້ວນຳຮ່າງຍັດໃສ່ຖັງນ້ຳກ້ອນກ່ອນເອົາປູນໂບກ ແລະ ໃຊ້ດິນທັບ ສ່ວນສາເຫດເກີດມາຈາກຜູ້ຕາຍລັກເຄື່ອງຂອງລູກຄ້າ ຈຶ່ງຍອມຮັບສາລະພາບຄົນສະນິດກ່ອນລົບໜີ.

ເຈົ້າໜ້າທີ່ໄດ້ລົງກວດສອບຈຸດເກີດເຫດດັ່ງກ່າວ: ເປັນບ້ານ 2 ຊັ້ນ ຢູ່ຖະໜົນພະຫົນໂຍທິນ, ຮ່ອມ 48 ແຍກ 19 ແຂວງອານຸສາວະລີ ເຂດບາງເຂນ, ເມື່ອເຈ້າໜ້າທີ່ນຳຖັງດັ່ງກ່າວອອກມາເປີດເບິ່ງຈຶ່ງເຫັນວ່າຖັງມີການຖົມດິນຊັ້ນເທິງ ແລະ ມີການໂບກປູນທັບໃນຊັ້ນຮອງລົງມາ ແລະ ເມື່ອຄວັກດິນ ແລະ ທຸບປູນອອກແລ້ວຈຶ່ງພົບສົບ ເດັກນ້ອຍຊື່ວ່າ: ອາລິດສາ ຫຼື ໃໝ່ ອາຍຸ 12 ປີ, ເຊິ່ງເປັນຫຼານສາວເຈົ້າຂອງບ້ານ ທີ່ຖືກຄາຕະກຳແລ້ວຍັດຖັງນ້ຳກ່້ອນໃນສະພາບເປືອຍກາຍ ໂດຍມີຖົງຢາງສີດຳ ແລະ ຜ້າຂົນໜູຫໍ່ໄວ້ ແລະຮ່າງຜູ້ເສຍຊີວິດຍັງມີບາດແຜທີ່ຖືກຕີຈາກຂອງແຂງຕາມໃບໜ້າ ແລະ ຮ່າງກາຍຫຼາຍແຫ່ງ ເຊິ່ງແພດສັນນິຖານເສຍຊີວິດມາແລ້ວປະມານ 48 ຊົ່ວໂມງ.

ຈາກການສອບສວນ ນາງອາພິນຍາ ຫຼື ເບວ ອາຍຸ 24 ປີ ຜູ້ແຈ້ງເເຫດໃຫ້ຂໍ້ມູນວ່າ: ນາງ ອາລິສາ ຜູ້ຕາຍເປັນລູກສາວຂອງພີ່ນ້ອງທີ່ຢູ່ຫ່າງໄກ ແຕ່ບໍ່ໄດ້ຮຽນໜັງສື ແລະ ບໍ່ໄດ້ຢູ່ນຳພໍ່ແມ່ແທ້ຕັ້ງແຕ່ຍັງນ້ອຍ, ປັດຈຸບັນ ມີນາງ ນິລະມົນ ຫຼື ມິ້ນ ອາຍຸ 30 ປີ, ເປັນລູກອ້າຍລູກນ້ອງຂອງຕົນ ແລະ ທ້າວ ຍຸດທະນາ ຫຼື ແຈ໊ບ ອາຍຸ 29 ປີ, ຜົວຂອງ ນາງ ນິລະມົນ ເປັນຜູ້ຮັບອຸປະກາລະ ແລະ ເປັນພໍ່ແມ່ລ້ຽງ.

ຈົນມາຮອດເວລາ 19:00 ໂມງຂອງວັນທີ 3 ກໍລະກົດຜ່ານມາ ນາງ ນິລິມົນ ແລະ ທ້າບຍຸດທະນາ ຂັບລົດມາຫາທີ່ບ້ານພັກ ແຖວຮາມອິນທາ ກ່ອນທີ່ທ້າວ ຍຸດທະນາ ຈະຍອມຮັບວ່າ: ໄດ້ໃຊ້ໄມ້ເບສບອນຕີ ເດັັກຍິງ  ອາລິສາ ຈົນເສຍຊີວິດແລ້ວຕັ້ງແຕ່ຊ່ວງວັນທີ 1 ມີ 2 ກໍລະກົດ, ສ່ວນສາເຫດຈັບໄດ້ວ່າຜູ້ຕາຍ ລັກເອົາອາຫານເສີມ ເຊິ່ງເປັນສິນຄ້າທີ່ຕ້ອງແພັກນຳສົ່ງໃຫ້ລູກຄ້າ ຫຼັງຈາກທີ່ເກີດເຫດ ທ້າວ ຍຸດທະຍາ ຈຶ່ງວາງແຜນອຳພາງສົບ.

ທີ່ມາ: ເລື່ອງເລົ່າເຊົ້ານີ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...