spot_img
Homeຂ່າວພາຍ​ໃນລາຍຊື່ນັກກິລາຍິງ ທີມຊາດລາວ U19 ລຸຍການແຂ່ງຂັນບານເຕະຊິງແຊ້ມອາຊຽນ U19

ລາຍຊື່ນັກກິລາຍິງ ທີມຊາດລາວ U19 ລຸຍການແຂ່ງຂັນບານເຕະຊິງແຊ້ມອາຊຽນ U19

Published on

ໃນວັນທີ 30 ມິຖຸນາ 2023, ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ລາຍຊື່ນັກກິລາ ທີມຊາດຍິງລາວU19 ເຂົ້າຮ່ວມ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ທີ່ປະເທດອິນໂດເນເຊຍ.

ທີມຍິງລາວU19 ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ຕົ້ນເດືອນມິຖຸນາ 2023 ເປັນຕົ້ນມາໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ ໄດ້ຄັດເລືອກນັກກິລາ 23 ຄົນສຸດທ້າຍ ເຂົ້າຮ່ວມ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ທີ່ປະເທດອິນໂດເນເຊຍ.
ລາຍຊື່ນັກກິລາ 23 ຄົນ ມີລາຍຊື່ດັ່ງລຸ່ມນີ້:
+ ຜູ້ຮັກສາປະຕູ
– ປານິຕາ ລາດສະວົງສາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ລີ່ນ່າ ລັດສະຫມີ ຈາກ ສະໂມສອນ ກິລາບານເຕະ PKP ແຂວງຫຼວງພະບາງ
– ຕາຕີບ ແກ້ວອີນຫວນ ຈາກ ສະໂມສອນ ກິລາບານເຕະ SL ແຂວງອຸດົມໄຊ
+ ກອງຫຼັງ
– ບຸດສະບາ ສຸດທະວິໄລ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ໂນຕ້າ ໄຊຍະລາດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ແຈ໋ກ ວົງຕາແສງ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ກາເຫວົາ ວົງພະຈັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ທີບປະກອນ ສີວົງລາດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ຄຳຫລ້າ ແກ້ວມະນີ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ນິດຊາ ສຸລາລຸ ຈາກ ສະໂມສອນ ກິລາບານເຕະ ກອງທັບ
– ດາຫລີງ ມະນີວັນ ຈາກ ແຂວງຈຳປາສັກ
– ແສງເດືອນ ພົງໄພລັດ ຈາກ ນະຄອນຫຼວງວຽງຈັນ
+ ກອງກາງ
– ຫຼິວ ຟອງສະມຸດ ຈາກ ສະໂມສອນ ກິລາບານເຕະ ກອງທັບ
– ສິນລະຄອນ ບຸນນາລີ ຈາກ ສະໂມສອນ ກິລາບານເຕະ PKP ແຂວງຫຼວງພະບາງ
– ຄອນສະຫວັນ ວົງຄຳແກ້ວ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ຫັດລືໄທ ທຳມະວົງສາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ລັດດາ ວໍລະຈິດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ພຸດທະສອນ ໂຄທິສານ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ປ໋ອງ ແກ້ວສະຫວ່າງ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
+ ກອງຫນ້າ
– ສີສະອາດ ອຳໄພລາດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ໃຈຄຳ ໄຊຍະປະເສີດ ນະຄອນຫລວງວຽງຈັນ
– ຈິນດາ ສີຫາລາດ ນະຄອນຫລວງວຽງຈັນ
– ແກ້ມມີ້ ອຸດົມສຸກ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 05 – 15 ກໍລະກົດ 2023 ຢູ່ທີ່ ເມືອງ ປາແລມບັງ ປະເທດອິນໂດເນເຊຍ.
ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ.
– ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍ ເລສເຕ
– ກຸ່ມ B: ຫວຽດນາມ, ມາເລເຊຍ ແລະ ສິງກະໂປ
– ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ
ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ
ວັນທີ 05/07/2023 ເວລາ 15:30 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ Gelora Sriwijaya
ວັນທີ 07/07/2023 ເວລາ 19:30 ລາວ ພົບ ອິນໂດເນເຊຍ ແຂ່ງຂັນຢູ່ທີ່ສະຫນາມກິລາ Gelora Sriwijaya
ວັນທີ 09/07/2023 ເວລາ 19:30 ລາວ ພົບ ຕີມໍ ເລສເຕ ແຂ່ງຂັນຢູ່ທີ່ສະຫນາມກິລາ Athletic Field

ທີ່ມາ: ສຕລ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...