spot_img
Homeຂ່າວຕ່າງປະເທດຈັບກຸມແກ້ງຄ້າຢາຈາກລາວທີ່ຍິງເຈົ້າໜ້າທີ່ຈີນເສຍຊີວິດ

ຈັບກຸມແກ້ງຄ້າຢາຈາກລາວທີ່ຍິງເຈົ້າໜ້າທີ່ຈີນເສຍຊີວິດ

Published on

ໃນວັນທີ 25 ມິຖຸນາ 2023 ທີ່ຜ່ານມາ ໜ່ວຍງານຕໍ່ຕ້ານຢາເສບຕິດຂອງ ສປ ຈີນປະກາດວ່າ ໄດ້ຮ່ວມມືກັບ ສປປ ລາວ ເພື່ອແກ້ໄຂຄະດີຄາຕະກຳຕຳຫຼວດຈາກສິບສອງປັນນາໃນແຂວງຢຸນນານ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ ສປ ຈີນໄດ້ສຳເລັດ, ນີ້ຖືເປັນຄວາມສຳເລັດອັນສຳຄັນ ໃນການຮ່ວມມືບັງຄັບໃຊ້ກົດໝາຍຕໍ່ຕ້ານຢາເສບຕິດຂອງທັງສອງປະເທດ.

Cai Xiaodong ອາຍຸ 38 ປີ​ ເປັນເຈົ້າໜ້າທີ່ຕໍ່ຕ້ານ​​ຢາ​ເສບ​ຕິດ​ ຖືກ​ຍິງ​ເສຍຊີວິດ ໃນ​ລະ​ຫວ່າງ​ການ​ປະ​ເຊີນໜ້າ​ກັບ ຜູ້​ຄ້າ​ຢາ​ເສບ​ຕິດ​ 5 ຄົນຈາກລາວ ໃນ​ວັນ​ທີ 4 ທັນ​ວາ 2021.

Global Times ລາຍງານວ່າ: Cai ເປັນຮອງຫົວໜ້າທີມສືບສວນການບັງຄັບໃຊ້ກົດໝາຍຢູ່ກອງບັນຊາການຊາຍແດນຊິບສອງປັນນາ ພາຍໃຕ້ສະຖານີກວດກາຊາຍແດນຂາເຂົ້າ-ຂາອອກຂອງແຂວງຢຸນນານ.

Cai Xiaodong ເປັນສ່ວນໜຶ່ງຂອງການປະຕິບັດງານຢູ່ຊາຍແດນໃນແຂວງຢຸນນານ ທີ່ຕ້ານຜູ້ຄ້າຢາເສບຕິດຄົນລາວ 5 ຄົນ ທີ່ລັກລອບຂົນສົ່ງຢາເສບຕິດໄປຈີນ. ໃນ​ລະ​ຫວ່າງ​ການ​ຈັບ​ກຸມ, ຜູ້​ຄ້າ​ຂາຍ​ຄົນ​ໜຶ່ງ​ໄດ້​ຂັດຂືນ ​ແລະ ​ໄດ້​ເປີດ​ການ​ຍິງ​ໃສ່​ຕໍາ​ຫຼວດ​ທີ່​ເຮັດ​ໃຫ້ Cai ໄດ້​ເສຍ​ຊີ​ວິດ ຕໍ່ມາພວກຄ້າຢາເສບຕິດທັງ 5 ຄົນ ກໍພາກັນຫຼົບໜີກັບຄືນໄປລາວ.

ອາຊະຍາກຳຂ້າມຊາດນີ້ ໄດ້ໃຫ້ຄວາມສົນໃຈຫຼາຍຈາກເຈົ້າໜ້າປ້ອງກັນຄວາມສະຫງົບຂອງຈີນ ທີ່ຮຽກຮ້ອງໃຫ້ຝ່າຍລາວ ຈັບຕົວແກ້ງຄ້າຢານີ້ໂດຍໄວ. ກະ​ຊວງ​ການຕ່າງປະເທດຂອງຈີນ ​ໄດ້​ສືບ​ຕໍ່​ຮ່ວມ​ມື​ກັບ​ພະ​ແນກບັງຄັບໃຊ້ກົດໝາຍຂອງ​ລາວ, ມຽນ​ມາ ​ແລະ​ ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ອື່ນໆ​ ເພື່ອ​ດຳ​ເນີນ​ການ​ຮ່ວມ​ກັນ​ໄລ່​ຈັບ​ຕົວ​ຜູ້​ລັກ​ລອບ​ຂ້າມຊາຍ​ແດນ.

ພາຍຫຼັງຄວາມພະຍາຍາມດັ່ງກ່າວ, ຕຳຫຼວດລາວ ກໍສາມາດຈັບຕົວຜູ້ຕ້ອງສົງໄສຈຳນວນໜຶ່ງ ແຕ່ຜູ້ຍິງຊື່ Piaosha Laojiesha ຍັງບໍ່ທັນຈັບໄດ້ເທື່ອ. ຈາກການໃຫ້ຂໍ້ມູນຊ່ວຍໃຫ້ເຈົ້າໜ້າທີ່ລາວຮູ້ຕື່ມວ່າ ໃນເດືອນທັນວາຂອງປີທີ່ຜ່ານມາ ຜູ້ຖືກສົງໄສໄດ້ລັກກັບຄືນບ້ານ.

ໃນມື້ຕໍ່ມາ ຕຳຫຼວດໄດ້ປິດລ້ອມເຮືອນຂອງລາວ ແລະ ຊັກຊວນໃຫ້ຍອມຈຳນົນ ແຕ່ທ້າວ Piaosha ຜູ້ທີ່ມີລະເບີດ ຂູ່ວ່າຈະລະເບີດພວກເຂົາ. ຕຳຫຼວດລາວໄດ້ຍິງໃສ່ Piaosha ເຮັດໃຫ້ໄດ້ຮັບບາດເຈັບຈາກການຖືກຍິງ ແລະ ຕ້ອງໄດ້ນຳສົ່ງໂຮງໝໍໃນມື້ຕໍ່ມາ.

ທາງການລາວ ແລະ ຈີນ ຫວັງວ່າເຫດການນີ້ ຈະຊ່ວຍສະກັດກັ້ນຂະບວນຄ້າຢາເສບຕິດຂ້າມຊາດໃນເຂດດັ່ງກ່າວ ແລະ ເປັນຕົວຢ່າງໃໝ່ ໃຫ້ແກ່ການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງໃນພາກພື້ນ, ທັ້ງນີ້ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ກ່ຽວ​ກັບ​ກໍລະນີ​ດັ່ງກ່າວ ​ແລະ ຊ່ວຍ​ເຫຼືອ​ໃນ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ​ໃນ​ພາກ​ພື້ນ.

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...