spot_img
Homeຂ່າວພາຍ​ໃນມ້າງແກ້ງລັກລົດຈັກຈຳນວນຫຼາຍຄັນ

ມ້າງແກ້ງລັກລົດຈັກຈຳນວນຫຼາຍຄັນ

Published on

ໃນວັນທີ 28 ມິຖຸນາ 2023 ເຈົ້າໜ້າທີ່ ປກສ ເມືອງຍົມມະລາດ ແຂວງຄຳມ່ວນ ເປີດເຜີຍວ່າ: ໄດ້ມ້າງແກ້ງລັກລົດຈັກ ໄດ້ 4 ຄົນ ພ້ອມລົດເກັບກູ້ລົດຈັກ 19 ຄັນ, ສ່ວນທີ່ເຫຼືອສົ່ງຂາຍຕ່າງແຂວງ.

อาจเป็นรูปภาพของ 3 คน และ โรงพยาบาล

ໃນຊ່ວງເດືອນຕຸລາ ປີ 2022 ປກສ ເມືອງຍົມມະລາດ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍມີຈຳນວນຫຼາຍຄັ້ງ ຜ່ານການຕິດຕາມຊອກຫາ ໄດ້ຂຶ້ນບັນຊີເປົ້າໝາຍຫຼັກ, ທີ່ເປັນຫົວໂປ່ໂຕການຢູ່ກຸ່ມບ້ານເໝືອງ ເມືອງຍົມມະລາດ ມີເປົ້າໝາຍ 2 ຄົນ.

อาจเป็นรูปภาพของ สกูตเตอร์ และ รถจักรยานยนต์

ຈາກນັ້ນ ວັນທີ 19 ພຶດສະພາ 2023 ໄດ້ກັກຕົວ ທ້າວ ສະໝາມໄຊ (ກະຕູ່) ອາຍຸ 21 ປີ ບ້ານເໝືອງ ມາຂະຫຍາຍຜົນ ຈຶ່ງຮູ້ໄດ້ວ່າຜູ້ຮ່ວມຂະບວນການມີ 3 ຄົນ ຮອດ 31 ພຶດສະພາ 2023 ກັກຕົວທ້າວ ໜູນຄຳ ອາຍຸ 22 ປີ ບ້ານເໝືອງ ທ້າວ ຊ້າງ ອາຍຸ 20 ປີ ບ້ານນາໂຊກ ແລະ ທ້າວ ຄຳຫຼ້າ ອາຍຸ 21 ປີ ບ້ານນາກາຍໃຕ້ ເມືອງນາກາຍ.

ພ້ອມທັງເກັບກູ້ ເຄື່ອງຂອງກາງ ລົດຈັກ ຄືນມາໄດ້ຈຳນວນ 19 ຄັນ ສ່ວນທີ່ບໍ່ທັນເກັບກູ້ຄືນໄດ້ພວກກ່ຽວໄດ້ຂາຍໄປຕ່າງແຂວງຈຳນວນໜຶ່ງ.

ແຫຼ່ງຂ່າວ ຫ້ອງການ ຖວທ ເມືອງຍົມມະລາດ

อาจเป็นรูปภาพของ 6 คน, ลิงลม, รถจักรยานยนต์ และ สกูตเตอร์

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...