spot_img
Homeຂ່າວພາຍ​ໃນຜູ້ວ່າການ ທຫລ ຊີ້ແຈງຕໍ່ບັນຫາເງິນເຟີ້

ຜູ້ວ່າການ ທຫລ ຊີ້ແຈງຕໍ່ບັນຫາເງິນເຟີ້

Published on

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 28 ມິຖຸນາ ນີ້, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ: ທິດທາງການຄຸ້ມຄອງເງິນເຟີ້ພວກເຮົາຈະຕ້ອງຫຼຸດການຂາດດູນໃຫ້ໜ້ອຍລົງ ກ່ອນອື່ນຈະຕ້ອງຄຸ້ມຄອງເງິນຕາໃຫ້ໄດ້ ພ້ອມກັນນັ້ນຈະຕ້ອງໄດ້ສົ່ງເສີມການລົງທຶນຕ່າງປະເທດ ຟື້ນຟູການທ່ອງທ່ຽວໃຫ້ໄວ. ຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍທີ່ບໍ່ຈໍາເປັນ ຫຼຸດການຊົມໃຊ້ເງິນຕາຕ່າງປະເທດ ເນື່ອງຈາກປະເທດເຮົານໍາເຂົ້າຫຼາຍກວ່າສົ່ງອອກ.

ອັດຕາແລກປ່ຽນ ເປັນອັນໜຶ່ງທີ່ຕິດພັນກັບອັດຕາເງິນເຟີ້ໂດຍກົງ ໂດຍຈະເອົາໃຈໃສ່ບັນຫາການຄຸ້ມຄອງລາຄາສິນຄ້າຕົວຈິງໃນທ້ອງຕະຫຼາດ ເພື່ອບໍ່ໃຫ້ຜູ້ຂາຍກໍານົດລາຄາເກີນຄວາມເປັນຈິງ.

ໃນນັ້ນອໍານາດການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງກໍຕ້ອງມາຊ່ວຍທະນາຄານ ດ້ານຄວາມຮັບຜິດຊອບຂອງທະນາຄານໃນການແກ້ໄຂອັດຕາເງິນເຟີ້ ກໍຄືອັດຕາແລກປ່ຽນ ຈະຕ້ອງໄດ້ຊຸກຍູ້ມະຫາພາກໃຫ້ມີເງິນຕາຫຼາຍຂຶ້ນ. ຕິດພັນກັບການຄຸ້ມຄອງເງິນຕາທີ່ຫາມາໄດ້ໃຫ້ດີເຂົ້າໃນລະບົບທະນາຄານ ພ້ອມທັງສົ່ງເສີມການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ກໍາລັງເປັນທ່າແຮງໃນປັດຈຸບັນ ຫຼຸດການນໍາໃຊ້ເງິນຕາ.

ສຳລັບຮ້ານແລກປ່ຽນຈະສືບຕໍ່ປະຕິບັດຕາມການຊີ້ນໍາຂອງທະນາຄານ ຫັນການແລກປ່ຽນເຂົ້າສູ່ລະບົບທະນາຄານ ຊຸກຍູ້ທະນາຄານທຸລະກິດຢູ່ທ້ອງຖິ່ນໃຫ້ເປີດບໍລິການແລກປ່ຽນ. ທົດລອງໃຫ້ທະນາຄານການຄ້າແລກປ່ຽນຜ່ານລະບົບມືຖື ການຕິດປ້າຍໂຄສະນາການຂາຍສິນຄ້າຕ້ອງຕິດລາຄາເປັນເງິນກີບ, ລົງທະບຽນຜູ້ນໍາເຂົ້າ-ສົ່ງອອກ, ແຈ້ງບັນຊີໃຫ້ທະນາຄານຮັບຮູ້, ຄຸ້ມຄອງຜ່ານລະບົບ (ລະບົບຕິດຕາມການນໍາເຂົ້າ-ສົ່ງອອກ) ຫຼຸດການນໍາໃຊ້ສະກຸນເງິນປະເທດອື່ນທີ່ບໍ່ກ່ຽວຂ້ອງກັບການຄ້າ. ຕໍ່ກັບການອອກພັນທະບັດ ເຫັນວ່າແກ້ໄຂໄດ້ບັນຫາໃນລະດັບໃດໜຶ່ງໃນໄລຍະສັ້ນຈຶ່ງອອກອີກ ເພື່ອດຶງດູດເງິນເຂົ້າລະບົບທະນາຄານ ກະກຽມຄວາມພ້ອມອໍານວຍຄວາມສະດວກດ້ານການທ່ອງທ່ຽວ ແລະ ຜູ້ໃຊ້ແຮງງານຢູ່ຕ່າງປະເທດ ໃຫ້ສາມາດຈ່າຍເງິນຜ່ານລະບົບຄິວອາໂຄດໃນ 4 ປະເທດຄື: ລາວ, ໄທ, ຫວຽດນາມ ແລະ ກໍາປູເຈຍ. ກ່ຽວກັບເອັສເອັມອີ ໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມເລັ່ງປັບປຸງລະບຽບການຕ່າງໆເພື່ອຊຸກຍູ້ໃຫ້ທະນາຄານທຸລະກິດສະໜອງເງິນໃຫ້ຜູ້ປະກອບການເອັສເອັມອີ ພ້ອມນັ້ນກໍາລັງຄົ້ນຄວ້ານະໂຍບາຍສິນເຊື່ອເພື່ອກະຈາຍສູ່ບັນດາແຂວງ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...