spot_img
Homeຂ່າວຕ່າງປະເທດພົບເຫັນຊິ້ນສ່ວນມະນຸດ ໃນຊາກເຮືອດຳນ້ຳໄທທັນທີ່ເກັບກູ້ຂຶ້ນຝັ່ງ

ພົບເຫັນຊິ້ນສ່ວນມະນຸດ ໃນຊາກເຮືອດຳນ້ຳໄທທັນທີ່ເກັບກູ້ຂຶ້ນຝັ່ງ

Published on

ໜ່ວຍງານຍາມຝັ່ງຂອງສະຫະລັດເປີດເຜີຍວ່າ: ສາມາດເກັບກູ້ຊາກເຮືອດຳນ້ຳໄທທັນ ທີ່ປະສົບອຸບັດຕິເຫດລະເບີດຈາກແຮງບີບອັດໃນທະເລທີ່ເລິກເຖິງ 4 ກິໂລແມັດ ຂະນະທີ່ລົງໄປຊົມຊາກເຮືອໄທທານິກໃນອາທິດທີ່ຜ່ານມາ, ແລະ ຍັງຄົ້ນພົບຊິ້ນສ່ວນທີ່ຄາດວ່າຈະເປັນຮ່າງກາຍມະນຸດໃນຊາກເຮືອດຳນ້ຳໄທທັນ.

ໜ່ວຍງານ​ຍາມ​ຝັ່ງ​ກ່າວ​ວ່າ: ເຮືອ​ດຳ​ນ້ຳ ໄທທັນ ລຳ​ນີ້​ໄດ້​ຖືກ​ນຳ​ຂຶ້ນ​ຝັ່ງ​ເມື່ອ​ວັນ​ທີ 28 ມິຖຸນາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ ແລະ ຈະ​ຖືກ​ນຳ​ກັບ​ຄືນ​ສູ່​ສະຫະລັດ, ສຳລັບຊິ້ນສ່ວນເຫຼົ່ານີ້ຈະເປັນຫຼັກຖານສຳຄັນໃນການສືບສວນສາເຫດຂອງການລະເບີດຂອງເຮືອດຳນ້ຳ.

ຫຼັກ​ຖານ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​ຜູ້ສືບສວນຈາກສານລະຫວ່າງປະເທດຫຼາຍແຫ່ງ ​ໄດ້ຮັບຂໍ້ມູນທີ່ສຳ​ຄັນ​ກ່ຽວ​ກັບ​ສາ​ເຫດ​ທີ່​ພາ​ໃຫ້​ເກີດການລະເບີດໃນຄັ້ງນີ້, ພ້ອມຍັງມີວຽກທີ່ຫຼາຍໃນດ້ານການພິສູດເພື່ອໃຫ້ຮູ້ເຖິງປັດໃຈທີ່ນໍາໄປສູ່ການສູນເສຍເຮືອດຳນ້ຳ ໄທທັນ ແລະ​ ຊ່ວຍ​ໃຫ້​ແນ່​ໃຈວ່​າ​ເຫດການດັ່ງກ່າວຈະ​ບໍ່​ເກີດ​ຂຶ້ນ​ອີກ.

ທັງນີ້, ຊາກ​ເຮືອ​ດຳ​ນ້ຳໄທັທັນ ທີ່​ບິດບ້ຽວໄດ້​ຖືກ​ນຳ​ຂຶ້ນ​ຝັ່ງ​ຢູ່​ທີ່ທ່າເຮືອ ເຊັນຈອນ ໃນລັດນິວຟັນແລນ ແລະ ລາບາດໍ ຂອງການາດາ ຈະເປັນກຸນແຈເພື່ອແກ້ໄຂຄວາມລຶກລັບຂອງການເສຍຊີວິດຂອງຜູ້ໂດຍສານທັງ 5 ຄົນຢູ່ເທິງເຮືອດໍານໍ້າໄທທັນ.

ແຫຼ່ງຂ່າວ: ABC News 

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...