spot_img
Homeຂ່າວພາຍ​ໃນສະຫຼຸບຜົນການແຂ່ງຂັນຮາຟມາຣາທອນ ຄັ້ງທີ 3 ປະເພດຍິງ-ຊາຍ ທົ່ວໄປ ໄລຍະທາງ 21.1 ກິໂລແມັດ

ສະຫຼຸບຜົນການແຂ່ງຂັນຮາຟມາຣາທອນ ຄັ້ງທີ 3 ປະເພດຍິງ-ຊາຍ ທົ່ວໄປ ໄລຍະທາງ 21.1 ກິໂລແມັດ

Published on

ການແຂ່ງຂັນແລ່ນຮາຟມາຣາທອນ ສາມຫລ່ຽມຄຳ ຄັ້ງທີ 3 ປີ 2023 ທີ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນຕອນເຊົ້າວັນທີ 26 ມິຖຸນາຜ່ານມາ, ເພື່ອສະເຫລີມສະຫລອງວັນຕ້ານຢາເສບຕິດສາກົນ (26 ມິຖຸນາ) ຄົບຮອບ 36 ປີ ເຊິ່ງການແຂ່ງຂັນແບ່ງອອກເປັນ: 3 ປະເພດຄື: ຍິງ-ຊາຍ ທົ່ວໄປ ໄລຍະທາງ 21.1 ກິໂລແມັດ, ຍິງ-ຊາຍ ອາຍຸ 16 ປີຂຶ້ນໄປ ໄລຍະທາງ 10.5 ກິໂລແມັດ ແລະ ຍິງ-ຊາຍ ອາຍຸບໍ່ເກີນ 16 ປີ ນັກກິລາຈາກເຄນຢ້າ ແລະ ເອທິໂອເປຍ (ເອທິໂອປີ) ຍຶດອັນດັບ 1 ໃນ 3 ປະເພດຍິງ-ຊາຍທົ່ວໄປ ໄລຍະທາງ 21.1 ກິໂລແມັດ

ປະເພດຍິງທົ່ວໄປ ໄລຍະທາງ 21.1 ກິໂລແມັດ ອັນດັບ 1-3 ແມ່ນນັກກິລາຈາກ ເອທິໂອເປຍ (ເອທິໂອປີ).
-ອັນດັບທີ 1 ນີກູເຊ້ ມາໂມ້ ເວລາ 1 ຊົ່ວໂມງ 18 ນາທີ 02.35 ວິນາທີ, ໄດ້ຮັບຂັນລາງວັນ, ຫລຽນຄຳ ແລະ ເງິນລາງວັນເຖິງ 200 ລ້ານກີບ.
-ອັນດັບທີ 2 ດີບາເບ້ ເບເຢເນ້ ເດເບລ້າ ເວລາ 1 ຊົ່ວໂມງ 18 ນາທີ 04.56 ວິນາທີ, ໄດ້ຮັບຂັນລາງວັນ, ຫລຽນເງິນ ພ້ອມກັບເງິນລາງວັນ 150 ລ້ານກີບ.
-ອັນດັບທີ 3 ຈີນັສເວີກ ເຢນິວ ອຳບີ້ ເວລາ 1 ຊົ່ວໂມງ 18 ນາທີ 07.85 ວິນາທີ, ໄດ້ຮັບຂັນລາງວັນ, ຫລຽນທອງ ແລະ ເງິນລາງວັນ 100 ລ້ານກີບ.
ສ່ວນ ລົດແກ້ວ ອິນທະກຸມມານ ແຊ້ມເກົ່າຈາກລາວ ຈົບອັນດັບທີ 15 ຕາມຫລັງ ອັນດັບໜຶ່ງ 4 ກວ່ານາທີ.

ປະເພດຊາຍທົ່ວໄປ ໄລຍະທາງ 21.1 ກິໂລແມັດ ອັນດັບ 1-3 ແມ່ນນັກກິລາຈາກ ເຄນຢ້າ ແລະ ເອທິໂອເປຍ
-ອັນດັບທີ 1 ແມັດທິວ ຊຳເປຣູ ຈາກເຄນຢ້າ ເວລາ 1 ຊົ່ວໂມງ 2 ນາທີ 59.30 ວິນາທີ, , ໄດ້ຮັບຂັນລາງວັນ, ຫລຽນຄຳ ແລະ ເງິນລາງວັນເຖິງ 200 ລ້ານກີບ.
-ອັນດັບທີ 2 ເບລີຮັນ ເຢີກ້າ ເຊເລຊີ້ ຈາກເອທິໂອເປຍ ເວລາ 1 ຊົ່ວໂມງ 4 ນາທີ 04.74 ວິນາທີ, ໄດ້ຮັບຂັນລາງວັນ, ຫລຽນເງິນ ແລະ ເງິນລາງວັນເຖິງ 150 ລ້ານກີບ.
-ອັນດັບທີ 3 ຈອນ ມຸຍຣູຣີ້ ຈາກເຄນຢ້າ ເວລາ 1 ຊົ່ວໂມງ 4 ນາທີ 30 ວິນາທີ, ໄດ້ຮັບຂັນລາງວັນ, ຫລຽນທອງແດງ ແລະ ເງິນລາງວັນເຖິງ 100 ລ້ານກີບ.
ສຳລັບນັກກິລາລາວທີ່ຜົນງານດີສຸດໃນປະເພດນີ້ແມ່ນ ລຳພອນ ໄຊຍະທິ ຈາກແຂວງຊຽງຂວາງ ຈົບອັນດັບທີ 20 ຕາມຫລັງແຊ້ມ ປະມານ 16 ນາທີ.

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...