spot_img
Home​ຂ່າວທ່ອງທ່ຽວໃນປີ 2025 ຫຼວງພະບາງ ໄດ້ວາງເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ้ 5 ລ້ານເທື່ອຄົນ

ໃນປີ 2025 ຫຼວງພະບາງ ໄດ້ວາງເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ้ 5 ລ້ານເທື່ອຄົນ

Published on

ອີງຕາມຂ່າວຈາກໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ: ເຈົ້າຫນ້າທີ່ແຂວງຫຼວງພະບາງ ໄດ້ວາງເປົ້າຫມາຍດຶງດູດນັກທ່ອງທ່ຽວມາທ່ອງທ່ຽວໃຫ້ໄດ้ 5 ລ້ານເທື່ອຄົນພາຍໃນປີ 2025 ໂດຍອີງຕາມແຜນການທ່ອງທ່ຽວ 5 ປີ ນັບຕັ້ງແຕ່ປີ 2020
ເປັນຕົ້ນມາ.

ໃນໄລຍະ 2 ປີ ກັບ 5 ເດືອນທີ່ຜ່ານມາ ຫຼວງພະບາງມີນັກທ່ອງທ່ຽວເຂົ້າມາພຽງແຕ່ 1,1 ລ້ານເທື່ອຄົນ ເຊິ່ງກວມເອົາພຽງ 26% ຂອງແຜນການ 5 ປີ. ເຊິ່ງໃນໄລຍະທີ່ຜ່ານມາເກືອບ 60% ຂອງນັກທ່ອງທ່ຽວຫຼວງພະບາງແມ່ນຊາວຕ່າງຊາດ ເຊິ່ງມີປະມານ 653.638 ເທື່ອຄົນ ສ່ວນໃຫຍ່ເປັນ ນັກທ່ອງທ່ຽວຈາກ ໄທ,ຈີນ ແລະ ສະຫະລັດອາເມຣິກາ ແລະ ອີກ 427.185 ຄົນ ເປັນສັນຊາດລາວ ເຊິ່ງການທ່ອງທ່ຽວໃນໄລຍະທີ່ຜ່ານມາສາມາດສ້າງລາຍໄດ້ ໄດ້ເຖິງ 500 ລ້ານໂດລາສະຫະລັດ.

ທ່ານ ດຣ. ສຸດາພອນ ຄົມທະວົງ ຫົວຫນ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກ່າວຕໍ່ ຫນັງສືພິມ ວຽງຈັນທາຍ ວ່າ: ໃນປີ 2025 ທາງແຂວງ ຄາດວ່າ ຈະມີນັກທ່ອງທ່ຽວເຂົ້າມາອີກ 3 ລ້ານຄົນ ໂດຍຄາດວ່າຈະສ້າງລາຍຮັບໃຫ້ໄດ້ຢ່າງຫນ້ອຍ 566 ລ້ານໂດລາສະຫະລັດ, ເພື່ອບັນລຸເປົ້າຫມາຍດັ່ງກ່າວ, ອໍານາດການປົກຄອງແຂວງຈະພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ພ້ອມທັງຊຸກຍູ້ການລົງທຶນດ້ານທີ່ພັກ, ຮ້ານອາຫານ, ການທ່ອງທ່ຽວກະສິກໍາ. ທ່ານ ດຣ ສຸດາພອນ ກ່າວອີກວ່າ: ການຄຸ້ມຄອງສະຖານທີ່ທ່ອງທ່ຽວ ແລະ ຄູ່ມືຈະປັບປຸງໃຫ້ດີຂຶ້ນ ເພື່ອຮອງຮັບຈໍານວນນັກທ່ອງທ່ຽວທີ່ເພີ່ມຂຶ້ນ. ນອກຈາກນີ້ ອໍານາດການປົກຄອງແຂວງຈະຈັດຕັ້ງບັນດາການເຄື່ອນໄຫວ, ງານບຸນຕ່າງໆເພື່ອວາງສະແດງວັດທະນະທໍາທ້ອງຖິ່ນ, ພ້ອມທັງໂຄສະນາບັນດາສະຖານທີ່ສໍາຄັນ, ຈຸດເດັ່ນ ຂອງແຂວງ ໃຫ້ກັບບັນດາສື່ມວນຊົນ, ພ້ອມທັງຊອກຫາແຫຼ່ງທຶນຕື່ມອີກເພື່ອພັດທະນາຫຼວງພະບາງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ມີຄຸນນະພາບສູງ ແລະ ຄຸ້ມຄ່າ.

ທ່ານ ດຣ ສຸດາພອນ ກ່າວວ່າ, ອົງການທ່ອງທ່ຽວຈະຕິດຕາມຄວາມຄືບຫນ້າຂອງການພັດທະນາແລະຈໍານວນນັກທ່ອງທ່ຽວ, ກວດກາລາຍຮັບຂອງນັກທ່ອງທ່ຽວ, ກວດກາລະດັບຄວາມ ເພິ່ງພໍໃຈຂອງນັກທ່ອງທ່ຽວ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...