spot_img
Home​ຂ່າວທ່ອງທ່ຽວເຊີນທ່ຽວຕາດເທວະດາ

ເຊີນທ່ຽວຕາດເທວະດາ

Published on

 

ຕົກລະດູແລ້ງມາແລ້ວ ວຽກງານການທ່ອງທ່ຽວເລິ່ມຈະຄຶກຄື້ນ ເພາະໄປ-ມາສະດວກສະບາຍ ດັ່ງນັ້ນ, ຈຶ່ງເປັນໂອກາດທີ່ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕ້ອງລົງໄມ້ລົງມືໃສ່ແລ້ວ ເພາະການທ່ອງທ່ຽວມີແຕ່ລາຍໄດ້ ໂດຍບໍ່ໄດ້ລົງທຶນຫຼວງຫຼາຍ ສຳຄັນທີ່ສຸດນັ້ນແມ່ນເຮົາຈະເຮັດແນວໃດ ໃຫ້ສະຖານທີ່ທ່ອງທ່ຽວເປັນທີ່ຮູ້ຈັກຂອງສັງຄົມ ດຶງດູດຄົນໄປທ່ຽວໃຫ້ໄດ້ ແລະສ້າງສະຖານທີ່ທ່ອງທ່ຽວໃຫ້ເປັນທີ່ຕິດໃຈ.

ແນວໃດກໍຕາມໃນໄລຍະທີ່ຜ່ານມານັ້ນ ການທ່ອງທ່ຽວຢູ່ບ້ານເຮົາຍັງບໍ່ທັນໄດ້ ຖືກໂຄສະນາເຜີຍແຜ່ຢ່າງເອົາຈິງເອົາຈັງ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ສຳຄັນ ພາຍໃນປະເທດແຕ່ຄົນລາວເອງກໍຍັງບໍ່ຮູ້ຊ້ຳ  ຖ້າເຮົາເບິ່ງປະເທດມາເລເຊຍຈະເຫັນວ່າ ເຂົາເຈົ້າເອົາໃຈໃສ່ເລື່ອງການທ່ອງທ່ຽວແທ້ໆ ຂະໜາດປະເທດເຮົາເຂົາເຈົ້າກໍຍັງມາດຶງ ໃຫ້ໄປທ່ຽວປະເທດເຂົາເຈົ້າຈົນໄດ້ ເຮົາເຫັນໂຄສະນາການທ່ອງທ່ຽວຂອງມາເລເຊຍ ຫຼາຍກວ່າເຫັນໂຄສະນາການທ່ອງທ່ຽວໃນປະເທດຊ້ຳອີກ.

 

13104_551900458287180_570280985380523663_n

1484590_877509782280695_2984633966267379359_n

ມື້ນີ້ ລາວໂພສຕ໌ ຢາກເຊີນຊວນບັນດາທ່ານຜູ້ອ່ານໄດ້ໄປສຳຜັດກັບນ້ຳຕົກຕາດເທວະດາ ເຊິ່ງເປັນນ້ຳຕົກຕາດທີ່ສວຍງາມ ມີຄວາມູງເຖິງ 28 ແມັດ ເຊິ່ງຄວາມສູງດັ່ງກ່າວເຮັດໃຫ້ມີລະອອງປິວ ໄປທົ່ວບໍລິເວນນ້ຳຕົກຕາດ, ບໍລິເວນນ້ຳຕົກນັ້ນຍັງມີກ້ອນຫິນປະຫຼາດ ທີ່ມີລັກສະນະຄ້າຍກັບພົມສີ່ໜ້າ ຈຶ່ງໄດ້ຊື່ຕາດວ່າ ຕາດສາຍໝອກເທວະດາ ຫຼືຕາດເທວະດາ ຫຼືຊາວບ້ານແຖບນັ້ນຍັງເອີ້ນວ່າຕາດຫິນຕັ້ງ. ຕາມການເລົ່າຂານຂອງປະຊາຊົນຕໍ່ໆກັນມາ ໃນສະໄໝກ່ອນນັ້ນມີຫິນປະຫຼາດຕັ້ງຢູ່ 2 ກ້ອນ ແຕ່ກໍເພາະຖືກສົງຄາມທຳລາຍ ຈຶ່ງເຮັດໃຫ້ກ້ອນຫິນດັ່ງກ່າວເຫຼືອພຽງກ້ອນດຽວ ຈາການສຳຫຼວດຂອງນັກວິທະຍາສາດ ກ້ອນຫິນປະຫຼາດດັ່ງກ່າວມີອາຍຸປະມານ 4000 ກວ່າປີ ປັດຈຸບັນນ້ຳຕົກຕາດເທວະດາໄດ້ປັບປຸງໃຫ້ເປັນແຫຼ່ງທ່ອງທ່ຽວ ໃຫ້ຮອງຮັບນັກທ່ອງທ່ຽວທີ່ເດິນທາງເຂົ້າມາ ທ່ຽວຊົມທຳມະຊາດໃນບໍລິເວນນ້ຳຕົກຕາດ ຈຶ່ງເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຈຳນວນຫຼາຍຂຶ້ນ.

ທີ່ຕັ້ງຂອງນ້ຳຕົກຕາດແມ່ນຢູ່ໄກຈາກເທສະບານເມືອງສາລະວັນປະມານ 22 ກິໂລແມັດ ໄປຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ ຖ້າຜູ້ໃດໄດ້ມີໂອກາດໄປທ່ອງທ່ຽວທາງພາກໃຕ້ຂໍແນະນຳວ່າ ບໍ່ຄວນພາດຕາດແຫ່ງນີ້ເດັດຂາດ.

 

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...