Homeພະຍາດລະມັດລະວັງ! ໂດຍສະເພາະຄົນທີ່ມັກດື່ມນ້ຳຈາກຫ້ວຍ-ພູ

ລະມັດລະວັງ! ໂດຍສະເພາະຄົນທີ່ມັກດື່ມນ້ຳຈາກຫ້ວຍ-ພູ

Published on

ອີງຕາມຜູ້ໃຊ້ເຟສບຸກຊື່ວ່າ: Visana Khathoumphom ໄດ້ແບ່ງປັນຮູບພາບຜ່ານສື່ສັງຄົມອອນລາຍໃນວັນທີ 14 ມິຖຸນາ 2023 ຜ່ານມາໂດຍມີເນື້ອໃນວ່າ: ທັກແທ້ເຂົ້າຄໍ ຄົນເຈັບມາຈາກເມືອງວຽງຄຳ ແຂວງຫຼວງພະບາງ ພ້ອມຝາກເຕືອນເປັນອຸທາຫອນໃຫ້ພໍ່ແມ່ປະຊາຊົນ ໂດຍສະເພາະເຂດທີ່ໃຊ້ນ້ຳຈາກຫ້ວຍ, ຈາກພູ ໃຊ້ເປັນນ້ຳດື່ມ ໃຫ້ລະມັດລະວັງ ແລະ ພະຍາຍາມຕົ້ມນ້ຳໃຫ້ສຸກດີ ຈຶ່ງຄ່ອຍດື່ມ ເພື່ອປ້ອງຈາກສັດນ້ອຍທີ່ຢູ່ໃນນ້ຳ ແລະ ປ້ອງພະຍາດທີ່ຢູ່ໃນນ້ຳທີ່ເຮົາເບິ່ງບໍ່ເຫັນ.
ຝາກເຕືອນກັນແດ່ເດີ.

 

ດ້ວຍຄວາມຫ່ວງໃຍຈາກທີມແພດຫມໍທັງໝົດຈາກໂຮງຫມໍມະໂຫສົດຂອບໃຈທີມງານແພດຫມໍພະຍາບານພະແນກຫູດັງຄໍ , ພະແນກວາງຢາສະຫຼົບ ແລະ ການຈັດທີ່ກ່ຽວຂ້ອງຂອງໂຮງຫມໍມະໂຫສົດທີ່ສາມາດຊ່ວຍຄົນເຈັບໄດ້ຢ່າງປອດໄພ.

ທັງນີ້, ທຸກຄົນຕ້ອງໄດ້ລະມັດລະວັງກັບອາຫານ ແລະ ນໍ້າດື່ມ ຕ້ອງເບິ່ງ ແລະ ອະນາໄມໃຫ້ສະອາດກ່ອນຈະດື່ມ ແລະ ກິນ ທຸກຄັ້ງ.

ບົດຄວາມຫຼ້າສຸດ

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...

ສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ.

ກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ...

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...

ລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

ຈາກນັ້ນ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ: ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350,...