spot_img
Homeຂ່າວພາຍ​ໃນການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນຫຼວງວຽງຈັນ

ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນຫຼວງວຽງຈັນ

Published on

ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນຫຼວງວຽງຈັນ ເລີ່ມລົງມືກໍ່ສ້າງມາຕັ້ງແຕ່ເດືອນ ກຸມພາ ປີ 2023 ແລະ ຕາມແຜນການຈະໃຫ້ສໍາເລັດໃນໄລຍະເວລາ 4 ປີ ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງ, ປ້ອງກັນນໍ້າຖ້ວມ ແລະ ເຮັດໃຫ້ນະຄອນຫຼວງວຽງຈັນ ມີໂສມໜ້າໃໝ່ທີ່ສວຍງາມຂຶ້ນກວ່າເກົ່າ.

ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນຫຼວງວຽງຈັນ ລວມມູນຄ່າການກໍ່ສ້າງທັງໝົດ 67.000.000 ໂດລາສະຫະລັດ. ໃນນີ້ ໄດ້ຮັບທຶນກູ້ຢືມຊ່ວຍເຫຼືອລ້າດອກເບ້ຍຕໍ່າຈາກໂຄງການ ເອທີຊີເອັຟຂອງສາທາ ລະນະລັດເກົາຫລີ ມູນຄ່າ 57.000.000 ໂດລາສະຫະລັດ ແລະ ທຶນສົມທົບຂອງລັດຖະບານລາວປະມານ 9.900.000 ກວ່າໂດລາສະຫະລັດ, ເຊຶ່ງຈຸດປະສົງຂອງໂຄງການປະກອບມີ 3 ຈຸດປະສົງຫຼັກ ຄື: ເພື່ອປ້ອງກັນຜົນກະທົບຈາກໄພພິບັດທາງທໍາມະຊາດນໍ້າຖ້ວມ, ເພື່ອປ້ອງກັນດິນເຊາະເຈື່ອນ ເຊຶ່ງຜ່ານມາມີປະຊາຊົນໄດ້ຮັບຜົນກະທົບຈາກດິນເຈື່ອນຫຼາຍພໍສົມຄວນ ແລະ ເພື່ອພັດທະນາແຄມຂອງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຍາມແລງທີ່ສວຍງາມ ກໍຄືເພີ່ມສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງໃຫ້ຫຼາຍຂຶ້ນ ເພື່ອປະຊາຊົນທ້ອງຖິ່ນບໍລິເວນດັ່ງກ່າວໄດ້ມີລາຍຮັບຫລາຍຂຶ້ນກວ່າເກົ່າ, ສໍາຫຼັບໂຄງການດັ່ງກ່າວປະກອບມີ 3 ໜ້າວຽກຫຼັກ ຄື: ການກໍ່ສ້າງເສັ້ນທາງເບຕົ່ງຢູ່ເຂດເມືອງສີໂຄດຕະບອງ ໂດຍສະເພາະຕັ້ງແຕ່ບ້ານສີບຸນເຮືອງ ເຊື່ອມຕໍ່ຫາເຂດຮ້ານອາຫານມູນເດີໄນ້ ສໍາເລັດໃນການປັບໜ້າທາງ ມີຄວາມຍາວປະມານ 4 ກິໂລແມັດ. ເຊິ່ງປັດຈຸບັນພວມສຸມໃສ່ກໍ່ສ້າງເຂດເຊື່ອມຕໍ່ລະຫວ່າງໂຄງການໄລຍະ 1 ກັບໄລຍະ 2 ລະ ຫວ່າງບ້ານຫຼັກ 3 ຫາ ທ່າເຮືອຫຼັກ 4 ເມືອງສີສັດຕະນາກ, ຍາວປະມານເກືອບ 1 ກິໂລແມັດ ແລະ ແຕ່ທ່າເຮືອຫຼັກ 4 ຫາ ບ້ານເມືອງວາ ເມືອງສີໂຄດ, ນອກນີ້ ຍັງໄດ້ມີແຜນກໍ່ສ້າງສວນສາທາລະນະຢູ່ບ້ານແກ້ງຍາງ ເມືອງຫາດຊາຍຟອງ ມີເນື້ອທີ່ປະມານເກືອບ 6 ເຮັກຕາ, ປັດຈຸບັນ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນໄດ້ລົງສົມທົບກັບອົງການປົກຄອງເມືອງເພື່ອເກັບກໍາຂໍ້ມູນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການນີ້ສໍາເລັດ ພ້ອມທັງສະຫຼຸບສັງລວມສົ່ງໃຫ້ການນໍານະຄອນຫຼວງວຽງຈັນ ເພື່ອສະເໜີຜ່ານໃນກອງປະຊຸມສະພານະຄອນຫຼວງວຽງຈັນ ລະຫວ່າງ ເດືອນກໍລະກົດ ຫາ ເດືອນສິງຫານີ້ ໜ້ານີ້ໄດ້ຮັບຮອງວ່າດ້ວຍການຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ.

ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນໃຫ້ຮູ້ຕື່ມວ່າ: ຜ່ານການຈັດ ຕັ້ງປະຕິບັດບັນດາໜ້າວຽກຂອງໂຄງການຕັ້ງແຕ່ເລີ່ມລົງມືກໍ່ສ້າງຈົນເຖິງປັດຈຸບັນ ເມື່ອທຽບໃສ່ແຜນການທີ່ກໍານົດໄວ້ເຫັນວ່າຍັງມີຄວາມຊັກຊ້າ ເມື່ອທຽບໃສ່ແຜນການຂອງໂຄງການ ເນື່ອງຈາກພົບຄວາມຫຍຸ້ງຍາກບາງດ້ານ ເປັນຕົ້ນ: ການຂົນສົ່ງອຸປະກອນການກໍ່ສ້າງຍ້ອນວ່າທີ່ຕັ້ງຂອງໂຄງການແມ່ນນອນຢູ່ໃນຕົວເມືອງ, ການສັນຈອນມີຄວາມແອອັດ ບວກກັບງົບປະມານຍັງຈໍາກັດ, ເເຕ່ເຖິງຢ່າງໃດກໍ່ຕາມ ຈະພະຍາຍາມສູ້ຊົນເຮັດໃຫ້ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນຫຼວງວຽງຈັນສໍາເລັດພາຍໃນປີ 2025.

ທີ່ມາ Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...