spot_img
Homeຂ່າວພາຍ​ໃນທີມຊາດລາວ ເສຍໃຫ້ ທີມຊາດໄທ 2-1 ໃນການແຂ່ງຂັນ AFCU17 ຮອບສຸດທ້າຍ

ທີມຊາດລາວ ເສຍໃຫ້ ທີມຊາດໄທ 2-1 ໃນການແຂ່ງຂັນ AFCU17 ຮອບສຸດທ້າຍ

Published on

U17 ທິມຊາດລາວ ເສຍ ທີມຊາດໄທ 1-2 ປະຕູ ໃນການແຂ່ງຂັນ U17 ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ທີ່ປະເທດໄທ ຈັດຂຶ້ນໃນລະຫວ່າງວັນທີ 15 ມິຖຸນາ ຫາວັນທີ 2 ກໍລະກົດ 2023, ກຸ່ມ A ມີ: ໄທ (ເຈົ້າພາບ), ເຢເມນ, ມາເລເຊຍ ແລະ ລາວ.

ຜົນການແຂ່ງຂັນທີມຊາດໄທໄດ້ປະຕູຂຶ້ນນຳຈາກ ເບີ 19 ດັດຊະດີ ໃນນາທີ 12′ ແລະ ເບີ 10 ຊາໂນໄທ ໃນນາທີ 90+5′ ສຳລັບທີມຊາດລາວໄຕ່ປະຕູຕີໄຂ່ແຕກໂດຍເບີ 10 ປີເຕີ້ ພັນທະວົງ ນາທີ 26′ ສ່ວນອີກຜົນການແຂ່ງຂັນ 1 ຄູ່: ເຢເມນ ຊະນະ ມາເລເຊຍ ​4-0.

– ນັດທີ 2 ຈະຈັດໃນວັນ​ທີ 18 ມິຖຸນາ 2023 ເວ​ລາ 17:00 ໂມງ ທີມຊາດລາວ ພົບ ເຢ​ເມນ ​ທີ່​ສະ​ຫນາມ​ ​ທຳ​ມະ​ສາດ ແລະ ໄທ ພົບ ມາເລເຊຍ ​ທີ່​ສະ​ຫນາມ​ ປະ​ທຸມ​ທາ​ນີ.
– ນັດທີ 3 ວັນ​ທີ 21 ມິຖຸນາ2023 ເວລາ 17:00 ໂມງ ໄທ ພົບ ເຢເມນ ທີ່​ສະ​ຫນາມ​ ປະ​ທຸມ​ທາ​ນີ ແລະ ເວ​ລາ 19:00 ໂມງ ທີມຊາດລາວ ພົບ ມາ​ເລ​ເຊຍ ແຂ່ງ​ຂ​ັນ​ຢູ່​ທີ່​ສະ​ຫນາມ​ ທຳ​ມະ​ສາດ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...