Homeຂ່າວພາຍ​ໃນໜ່ວຍພັກຮາກຖານ ກົມຄຸ້ມຄອງໜີ້ສິນສາທາລະນະ ສະຫຼຸບວຽກຮອບດ້ານກາງສະໄໝ

ໜ່ວຍພັກຮາກຖານ ກົມຄຸ້ມຄອງໜີ້ສິນສາທາລະນະ ສະຫຼຸບວຽກຮອບດ້ານກາງສະໄໝ

Published on

ໃນວັນທີ 13 ມິຖຸນາ 2023 ທີ່ຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ກໍາມະການພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ໂດຍເປັນກຽດເຂົ້າຮ່ວມໂອ້ລົມຂອງ ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ສະຫາຍ ກົງຄໍາ ສິດທິວໍລະດາ ກໍາມະການພັກກະຊວງ, ເລຂາໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າໜ່ວຍພັກຮາກຖານກົມກວດກາຄະນະຮັບຜິດຊອບຕິດຕາມກອງປະຊຸມ, ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດ ເປີດກອງປະຊຸມກາງສະໄໝ, ຜ່ານມາດຕະຖານພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018, ຜ່ານມາດຕະຖານສະມາຊິກພັກ, ຂໍ້ຫ້າມຂອງສະມາຊິກພັກ, ສິດ ແລະ ໜ້າທີ່ຂອງຄະນະພັກແຕ່ລະຂັ້ນ, ພ້ອມທັງທາບທາມຢັ່ງຫາງສຽງຄວາມເຊື່ອໝັ້ນໄວ້ວາງໄຈ ແລະ ໄດ້ພ້ອມກັນລົງຄະແນນສຽງຕໍ່ການນໍາພາລວມ, ບຸກຄົນໃນຄະນະໜ່ວຍພັກຕໍ່ການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະຜ່ານມາ.

ໃນວາລະກອງປະຊຸມ, ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະປີ 2021-2023 ຜ່ານມາ, ຄະນະໜ່ວຍພັກ ໄດ້ຖືເປັນບັນຫາສຳຄັນໃນວຽກງານສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ໄປພ້ອມໆກັບການເຊື່ອມຊຶມ, ເຜີຍແຜ່ບັນດາມະຕິຄຳສັ່ງ, ເອກະສານສຳຄັນຕ່າງໆຂອງພັກ ແລະ ລັດຄຽງຄູກັບວຽກງານກໍ່ສ້າງພັກ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີການນຳພາລວມທັງດ້ານວຽກວິຊາສະເພາະ ຕາມພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ, ສ້າງ ແລະ ປະຕິບັດແຜນກຳນົດພະນັກງານນຳພາຄຸ້ມຄອງ ແລະ ວຽກງານອື່ນໆໄດ້ມີການເຕີບໃຫຍ່ ແລະ ມີຜົນສຳເລັດຢ່າງໜັກແໜ້ນເຂັ້ມແຂງຂຶ້ນເປັນກ້າວໆຢ່າງມີຄຸນນະພາບ.

ພ້ອມນີ້, ຍັງໄດ້ຜ່ານບົດສໍາຫຼວດ ນໍາພາລວມຂອງຄະນະພັກກາງສະໄໝ ແລະ ວິທີແກ້ໄຂໃນຕໍ່ໜ້າ, ຜ່ານບົດສະຫຼຸບຕີລາ ຄາການຈັດຕັ້ງປະຕິບັດແຜນດໍາເນີນງານຂອງກົມ ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນ ຕໍ່ບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ 2023-2025 ຂອງໜ່ວຍພັກກົມຄຸ້ມຄອງໜີ້ສິນສາທາລະນະນ ຕື່ມອີກ.
ໂອກາດນີ້, ສະຫາຍ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນໂອ້ລົມບາງຕອນສຳຄັນວ່າ: ກອງປະຊຸມກາງສະໄໝນີ້, ເປັນການສະຫຼຸບວຽກງານຮອບດ້ານຂອງຄະນະພັກ, ສືບຕໍ່ກໍ່ສ້າງວຽກງານທາງດ້ານການເມືອງໃຫ້ມີຄວາມໜັ້ກແໜ້ນເຂັ້ມແຂງ ແລະ ໄດ້ເນັ້ນໃຫ້ຄະນະໜ່ວຍພັກເພີ່ມທະວີໃນວຽກງານການຂະຫຍາຍສະມາຊິກພັກ ໃຫ້ຮັບປະກັນຄຸນນະພາບ, ເຂັ້ມງວດຕາມລະບຽບຂອງພັກ, ເອົາໃຈໃສ່ຕາມເນື້ອໃຈຈິດໃຈຫຼັກຂອງກອງປະຊຸມໃຫຍ່ຂອງສູນກາງພັກ ໃຫ້ສາມາດບຸກທະລຸໄດ້ໃນການສ້າງການຫັນປ່ຽນຢ່າງແທ້ຈິງ. ພ້ອມທັງມີການການສຳຫຼວດກວດກາ, ຕຳນິສົ່ງຂ່າວ ເພື່ອໃຫ້ມີການປັບປຸງ ແລະ ເຊີດຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ.
—–
Cr.ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...