Homeຂ່າວຕ່າງປະເທດປາສະຫຼາມດຸຮ້າຍ! ກິນຄົນທີ່ປະເທດເອຢິບ

ປາສະຫຼາມດຸຮ້າຍ! ກິນຄົນທີ່ປະເທດເອຢິບ

Published on

ອີງຕາມສຳນັກຂ່າວ ເດລີເມລ ລາຍງານເມື່ອວັນທີ 13 ມິຖຸນາ 2023 ຜ່ານມານີ້ວ່າ: ເກີດເຫດສະເທືອນຂວັນຂຶ້ນ ກັບທ້າວ ວາລາດຶມີ ໂປປອຟ ສັນຊາດຊາວຣັດເຊຍ ອາຍຸ 23 ປີ, ທີ່ຕົກເປັນເຫຍື່ອໃຫ້ປາສະຫຼາມເສືອໂຕໜຶ່ງໄດ້ເຂົ້າທຳຮ້າຍ ແລະ ກັດກິນເຂົາທັງເປັນ, ຂະນະທີ່ເຂົາກຳລັງລອຍນ້ຳທະເລ ທີ່ຢູ່ໃກ້ລີສອດແຫ່ງໜຶ່ງ ທີ່ເມືອງຫູກາດາ ປະເທດເອຢິບ ໃນວັນທີ 8 ມິຖຸນາ 2023 ທີ່ຜ່ານມາ.

ຜູ້ເຫັນເຫດການໄດ້ເລົ່າວ່າ: ໜຸ່ມຊາວຣັດເຊຍໄດ້ຖືກປາສະຫຼາມໂຈມຕີ ແລະ ລອຍວົນໄປມາເພື່ອກັດກິນເຂົາ ເຮັດໃຫ້ລາວຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ເປັນພໍ່ດ້ວຍຄວາມຕົກໃຈ ແລະ ຜູ້ເຫັນເຫດການຕ່າງກໍ່ບອກໃຫ້ລາວລອຍເຂົ້າຝັງ ແຕ່ກໍບໍ່ທັນ ປາສະຫຼາມມັນໄດ້ດຶງເຂົາລົງໄປໃນນ້ຳ ແລະ ກັດກິນເຂົາທັງເປັນ.

ຫຼັງເກີດເຫດການນີ້ເຮັດໃຫ້ມີຄົນກຸ່ມໜຶ່ງອອກຕາມລ່າປາສະຫຼາມໂຕນີ້ທັນທີ ແລະ ກໍສາມາດຈັບໄດ້ ຈຶ່ງໄດ້ທຳການທຸບຕີມັນຈົນຕາຍ ເຊິ່ງຜູ້ຊ່ຽວຊານໄດ້ເຮັດການຜ່າທ້ອງຂອງປາສະຫຼາມໂຕດັ່ງກ່າວປາກົດວ່າ: ພົບຊິ້ນສ່ວນຮ່າງກາຍຂອງທ້າວ ໂປປອຟ ຫຼັງຈາກນັ້ນ ກໍໄດ້ນຳຮ່າງຂອງປາສະຫຼາມໄປຫໍ່ເປັນມຳມີ້ ເພື່ອນຳໄປສະແດງໃນພິພິຕະພັນ ຫຼັງຈາກຄວາມດຸຮ້າຍຂອງສະຫຼາມໂຕນີ້ກາຍເປັນຂ່າວສະເທືອນຂວັນໄປທົ່ວໂລກ.

ທີ່ມາ: ເດລີເມລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...