spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອໃຫ້ຄຳໝັ້ນຈະຮ່ວມມືທາງດ້ານຍຸດທະສາດກັບຣັດເຊຍ

ເກົາຫຼີເໜືອໃຫ້ຄຳໝັ້ນຈະຮ່ວມມືທາງດ້ານຍຸດທະສາດກັບຣັດເຊຍ

Published on

ສຳນັັກຂ່າວເກົາຫຼີເໜືອ ໄດ້ລາຍງານວ່າ: ຄິມຈອງອຶນ ຜູ້ນຳເກົາຫຼີເໜືອ ປະກາດວ່າຈະຮ່ວມມືກັບ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ແລະ ສົ່ງເສີມຄວາມຮ່ວມມືທາງຍຸດທະສາດໃນເປົ້າໝາຍຮ່ວມກັນໃນການສ້າງໃຫ້ປະເທດມີອິດທິພົນ.

ຜູ້ນຳ ຄິມຈອງອຶນ ກ່າວໃນຂໍ້ຄວາມເຖິງປູຕິນ ເນື່ອງໃນວັນຊາດຣັດເຊຍ ໄດ້ປົກປ້ອງການຕັດສິນໃຈຂອງປູຕິນ ທີ່ຮຸກຮານຢູເຄຣນ ແລະ ສະແດງການສະໜັບສະໜູນຢ່າງເຕັມທີ່ ແລະ ສະແດງຄວາມເປັນນ້ຳໜຶ່ງໃນດຽວກັນກັບຣັດເຊຍ.

ຄິມຈອງອຶນ ກ່າວວ່າ: ແນ່ນອນວ່າຄວາມຍຸດຕິທຳຈະຊະນະ ແລະ ປະຊາຊົນຣັດເຊຍຈະຍັງເພີ່ມກຽດເຂົ້າໄປໃນປະຫວັດສາດແຫ່ງໄຊຊະນະຕໍ່ໄປ.

ຜູ້ນຳເກົາຫຼີເໜືອໄດ້ຮຽກຮ້ອງໃຫ້ມີຄວາມຮ່ວມມືທາງຍຸດທະສາດທີ່ຈະຮັດແໜ້ນກັບຣັດເຊຍ ໂດຍຈະຮ່ວມມືກັບປະທານາທິບໍດີ ປູຕິນ ໃຫ້ສອດຄ່ອງກັບຄວາມປາຖະໜາຮ່ວມກັນຂອງປະຊາຊົນທັງສອງປະເທດ ເພື່ອບັນລຸເປົ້າໝາຍອັນຍິ່ງໃຫຍ່ໃນການສ້າງປະເທດໃຫ້ມີອິດທິພົນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...