spot_img
Homeຂ່າວພາຍ​ໃນພົບເດັກນ້ອຍຫຼົງປ່າອາເມຊອນ ຫຼັງເກີດເຫດເຮືອບິນຕົກ

ພົບເດັກນ້ອຍຫຼົງປ່າອາເມຊອນ ຫຼັງເກີດເຫດເຮືອບິນຕົກ

Published on

ອີງຕາມ ສຳານັກຈ່າວ ບີບີຊີ ລາຍງານໃນວັນທີ 10 ມິຖຸນາ 2023 ທີ່ຜ່ານມາ, ໄດ້ພົບເດັກນ້ອຍ 4 ຄົນທີ່ຫຼົງປ່າດົນກວ່າ 1 ເດືອນແບບປະຕິຫານ, ຫຼັງຈາກເກີດເຫດເຮືອບິນຂອງພວກເຂົາຕົກໃນປ່າອາເມຊອນ ເຊິ່ງພວກເຂົາທັງ 4 ເປັນອ້າຍນ້ອງດຽວກັນເຊິ່ງມີອາຍຸ: 13ປີ, 9ປີ, 4ປີ ແລະ 1 ປີ ທີ່ໂດຍສານເຮືອບິນມາກັບແມ່ ໂດຍເຮືອບິນເຊັດຊະນາ 206 ເຊິ່ງມີນັກບິນ ແລະ ຜູ້ຊ່ວຍ.

ເຫດເຮືອບິນຕົກເກີດຂຶ້ນຕັ້ງແຕ່ວັນທີ 1 ພຶດສະພາ 2023 ຜ່ານມາ, ລະຫວ່າງການເດີນທາງຈາກເມືອງອະຣາຣາກວາຣາ ໄປຫາ ເມືອງຊານ ໂຊເຊເດວ ກວາວິອາເຣ, ພາຍຫຼັງທະຫານຫຼາຍກວ່າ 200 ຄົນ ແລະ ສະມາຊິກຊຸມຊົນກວ່າ 70 ຄົນ ໄດ້ເຂົ້າຄົ້ນຫາ ດ້ວຍການຍ່າງປ່າ ຕັ້ງແຕ່ມື້​ທີ 1 ຫຼັງ​ຈາກ​​ຄົ້ນ​ພົບ​ຊາກ​ສົບ ​ຂອງ​ຜູ້​ໃຫຍ່ ຕໍ່ມາໃນວັນທີ 16 ພຶດສະພາ 2023 ຈຶ່ງໄດ້ຂໍກຳລັງເສີມເພື່ອເຂົ້າຊ່ວຍໃນການຄົ້ນຫາອີກ 60 ຄົນ​​ຖືກ​ສົ່ງຜ່ານທາງ​ອາ​ກາດໂດຍເຣລິຄອບເຕີ.

ຫຼ້າສຸດກໍ່ໄດ້ພົບເດັກນ້ອຍທັງ 4 ຄົນທີ່ຫຼົງປ່າຫ່າງຈາກຈຸດທີ່ເຮືອບິນຕົກ 3.5 ກິໂລແມັດ ໂດຍເບື້ອງຕົ້ນເຈົ້າໜ້າທີ່ພົບວ່າເດັກນ້ອຍມີອາການຂາດນ້ຳ, ອາຫານ ແລະ ຖືກຍຸງກັບແມງໄມ້ກັດຍ່າງຮຸນແຮງ ທາງເຈົ້າໜ້າທີ່ຈຶ່ງນຳສົ່ງຕົວເດັກນ້ອຍທັງ 4 ຄົນໄປໂຮງໝໍໂດຍໄວທີ່ສຸດ.

ທີ່ມາ: ບີບີຊີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...