spot_img
Homeຂ່າວພາຍ​ໃນມອບລາງວັນໃຫ້ເຈົ້າໜ້າທີ່ໄທ ທີ່ສາມາດຈັບຕົວຜູ້ກໍ່ເຫດປຸ້ນຄຳ

ມອບລາງວັນໃຫ້ເຈົ້າໜ້າທີ່ໄທ ທີ່ສາມາດຈັບຕົວຜູ້ກໍ່ເຫດປຸ້ນຄຳ

Published on

ຈາກເຫດການໂຈນປຸ້ນຮ້ານຄຳ ພໍໃຈ ໃນວັນທີ 8 ມິຖຸນາ 2023 ຜ່ານມາ, ທີ່ບ້ານທົ່ງສາງນາງ ເມືອງຳຊທານີ ນະຄອນຫຼວງວຽງຈັນ, ເຫດການດັ່ງກ່າວຜູ້ກໍ່ເຫດໃຊ້ໄມ້ຄ້ອນທຸບປະຕູ ແລະ ຕູ້ແກ້ວ ເພື່ອທຳການປຸ້ນ ເຊິ່ງໄດ້ຄຳຈຳນວນ 54 ບາດ ຫຼັງຈາກນັ້ນເຈົ້າຂອງຮ້ານໄດ້ອອກມາແຈ້ງຜ່ານສື່ສັງຄົມອອນລາຍວ່າ: ຖ້າໃຜມີເບາະແສ ຫຼື ສາມາດຈັບຕົວຜູ້ກໍ່ເຫດໄດ້ຈະມີລາງວັນສົມມະຄຸນມອບໃຫ້.

ຕົກມາຮອດເຊົ້າຂອງວັນທີ 9 ມິຖຸນາ ມີພົນລະເມືອງດີໄດ້ແຈ້ງມາຍັງທາງເຈົ້າຂອງຮ້ານຄຳວ່າ: ຜູ້ກໍ່ເຫດໄດ້ຫຼົບໜີໄປທາງດ່ານປະເພນີລະຫວ່າງ ແຂວງໄຊຍະບູລີ-ແຂວງເລຍ ປະເທດໄທຮຽບຮ້ອຍແລ້ວ ເຊິ່ງປາຍທາງແມ່ນແຂວງຂ່ອນແກ່ນ, ໂດຍທາງ ຫຼ້ານ້ອຍ ທີ່ເປັນເຈົ້າຂອງຮ້ານກໍໄດ້ຕິດຕາມເລື່ອງຢ່າງໃກ້ຊິດ. ເມື່ອມາຮອດຕອນແລງຂອງມື້ດຽວກັນ ເຈົ້າໜ້າທີ່ໄທກໍສາມາດຈັບໂຈນຜູ້ກໍ່ເຫດໄດ້ ແລະ ໄດ້ປະສານງານໄປຫາທາງເຈົ້າໜ້າທີ່ລາວໃນການມອບຮັບຜູ້ຖືກຫາກັບໄປຍັງປະເທດເພື່ອດຳເນີນຄະດີຕໍ່ໄປ.

ຫຼ້າສຸດ, ໃນວັນທີ 11 ມິຖຸນາ ເຈົ້າຂອງຮ້ານຄຳພໍໃຈ ໄດ້ໂພສຮູບພາບ ພ້ອມລະບຸຂໍ້ຄວາມ: ຫຼ້ານ້ອຍ ພໍໃຈ ເຈົ້າຂອງຮ້ານຄຳພໍໃຈ ໄດ້ເຮັດການມອບເງິນສົມມະນາຄຸນໃຫ້ກັບທາງເຈົ້າໜ້າທີ່ທີ່ສາມາດຈັບຕົວຜູ້ກໍ່ເຫດໄດ້, ເຊິ່ງລາງວັນໃນການນຳຈັບແມ່ນຈຳນວນ 200.000 ບາດໄທ ຫຼື ປະມານ 108.800.000 ກີບ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...