spot_img
Homeຂ່າວຕ່າງປະເທດປະທານາທິບໍດີຍູເຄຣນ ຕິດຕາມພຶ້ນທີ່ໄດ້ຮັບຄວາມເສຍຫາຍຈາກເຄື່ອນແຕກ

ປະທານາທິບໍດີຍູເຄຣນ ຕິດຕາມພຶ້ນທີ່ໄດ້ຮັບຄວາມເສຍຫາຍຈາກເຄື່ອນແຕກ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງຄຽບ ໃນວັນທີ 9 ມິຖຸນາ 2023 ຜ່ານມານີ້ວ່າ: ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີຍູເຄຣນ ລົງພຶ້ນທີ່ຫຼາຍແຫ່ງໃນພາກພຶ້ນເຄຍຊອນ ທີ່ຢູ່ທາງພາກໃຕ້ຂອງປະເດທຍູເຄຣນ ເພື່ອຢ້ຽມຢາມ ແລະ ໃຫ້ກຳລັງປະຊາຊົນ ເຊິ່ງຕ້ອງອົບພະຍົບເນື່ອງຈາກນ້ຳຖ້ວມກະທັນຫັນ ທີ່ເປັນຜົນມາຈາກໂຄງສ້າງບາງສ່ວນຂອງເຄື່ອນຄາຄອຟກາ ໃນເມືອງໂນວາຄາຄອຟກາ ໄດ້ຮັບຄວາມເສຍຫາຍຈາກາກນໂຈມຕີ ທີ່ຍູເຄຣນ ແລະ ຣັດເຊຍຍັງຄົງຖິ້ມຄວາມຜິດໃຫ້ກັນ.

ພ້ອມ​ກັນ​ນັ້ນ, ທັງ​ສອງ​ຝ່າຍ​ຍັງ​ສືບ​ຕໍ່​ກ່າວ​ຫາ​ກັນໄປມາ ວ່າ​ມີປືນ​ໃຫຍ່​​ຍິງ​ໄປ​ໃນ​ເຂດ​ປະສົບ​ໄພ ເພື່ອຂັດຂວາງການຍົກຍ້າຍປະຊາຊົນ ແລະ ການຊ່ວຍເຫຼືອຂອງເຈົ້າຫນ້າທີ່ ໂດຍກອງທັບຣັດ​ເຊຍ ເຊິ່ງ​ຍັງ​ຍຶດຄອງ​ເມືອງ ໂນວາຄາຄອຟກາ.

ຈາກເຫດການດັ່ງກ່າວເຈຈົ້າໜ້າທີ່​ຄາດວ່າ: ມີ 5 ຄົນ​ເສຍ​ຊີວິດ ​ແລະ ໄດ້ຮັບບາດເຈັບ​ຢ່າງ​ໜ້ອຍ 41 ຄົນ​ຈາກ​ການ​ຍິງ​ປືນ​ໃຫຍ່​ຂອງ​ຢູ​ເຄຣນຂອງຍູເຄຣນ ສ່ວນລັດຖະບານ ຄຽບ ກ່າວວ່າ ການໂຈມຕີດັ່ງກ່າວເປັນການໂຈມຕີທາງທະຫານຂອງຣັດເຊຍ ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ໜຶ່ງ​ຄົນ​ເສຍ​ຊີວິດ ​ແລະ 18 ຄົນ​ບາດ​ເຈັບ.

ທີ່ມາ: ເດລີນິວ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...