spot_img
Homeຂ່າວຄວາມສະຫງົບກັກຕົວເປົ້າໝາຍຊື້-ຂາຍ ຢາເສບຕິດ ໄດ້ 06 ຄົນ, ພ້ອມພວກມົ້ວສຸມຈໍານວນ 11 ຄົົນ

ກັກຕົວເປົ້າໝາຍຊື້-ຂາຍ ຢາເສບຕິດ ໄດ້ 06 ຄົນ, ພ້ອມພວກມົ້ວສຸມຈໍານວນ 11 ຄົົນ

Published on

ອີງຕາມຂ່າວ ປກສ ແຂວງອຸດົມໄຊໃຫ້ຮູ້ວ່າ: ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມເທດສະບານ ໄດ້ເກັບກຳແຫຼ່ງຂ່າວ ແລະ ສຶບຄົ້ນຫາເປົ້າໝາຍຄ້າ – ຂາຍຢາເສບຕິດ ລາຍຍ່ອຍ, ມ້າງຈຸດມົ້ວສຸມຢາເສບຕິດຢູ່ໃນເທດສະບານເມືອງໄຊ, ໃນນີ້ກຳ ເປົ້າໝາຍມີການເຄື່ອນໄຫວຄ້າ – ຂາຍ ແລະ ມົ້ວສຸມຢາເສບຕິດຈໍານວນ 04 ຈຸດ, ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກວດຄົ້ນເຄຫາສະຖານຂອງເປົ້າໝາຍດັ່ງກ່າວ ຢູ່ທີ່ບ້ານໂຮມສຸກ ເມືອງໄຊ ແຂວງອຸດົມໄຊ, ມາຮອດເວລາ 09 ໂມງ 45 ນາທີຂອງວັນທີ່ 24 ພຶດສະພາ 2023 ຈິ່ງໄດ້ເຂົ້າມ້າງຈຸດດັ່ງກ່າວ ແລະ ສາມາດກັກເປົ້າໝາຍຄ້າ – ຂາຍໄດ້ຈໍານວນ 06 ຄົນ, ຍິງ 03 ຄົນຄື: ທ້າວ ພອນ, ອາຍຸ 36 ປີ, ຢູ່ບ້ານປຸ່ງຫຽງ, ນາງ ເບົາຊົງ, ອາຍຸ 36 ປີ, ທ້າວ ກາພົງຊົງ, ອາຍຸ 62 ປີ, ນາງ ເນັງຊົງ, ອາຍຸ 46 ປີ, ທ້າວ ໄທຊົງ, ອາຍຸ 38 ປີ, ນາງ ຈາຍຊົງ, ອາຍຸ 50 ປີ, ພວກກ່ຽວທັງ 5 ຄົນ ແມ່ນ ຢູ່ບ້ານໂຮມສຸກ ເມືອງໄຊ ແຂວງອຸດົມໄຊ ພ້ອມຂອງການຢາເສບຕິດປະເພດຢາບ້າຈໍານວນ 1.856 ເມັດ, ນ້ຳໜັກ 176,5 ກຣາມ, ເຮໂລອີນ 4,8 ກ້ອນນ້ອຍ, ນ້ຳໜັກ 12,2 ກຣາມ, ເງີນກີບ 7. 600.000 ກີບ, ເງີນບາດ 2.000 ບາດ, ໂທລະສັບ 03 ເຄື່ອງ, ບັ້ງເສບຢາບ້າ 05 ບັ້ງ, ແປ້ງຝຸ່ນສີບົວ 01 ຖົງ, ນ້ຳໜັກ 215,5 ກຣາມ, ແປ້ງຝຸ່ນສີແດງ 02 ຖົງ, ນ້ຳໜັກ 2,1 ກິໂລກຣາມ.

ພ້ອມພາກສ່ວນມົ້ວສຸມເສບຢາເສບຕິດໄດ້ ຈຳນວນ 11 ຄົນ ຊື່ ທ້າວ ໂລ້, ອາຍຸ 33 ປີ, ຢູ່ບ້ານມອນໃຕ້, ທ້າວ ບຸນຄົງ, ອາຍຸ 43 ປີ, ບ້ານຫຼັກ 4, ທ້າວ ຕຸນ ອາຍຸ 36 ປີ, ຢູ່ບ້ານວັງໄຮ, ທ້າວຈ່ອຍ ອາຍຸ 28 ປີ, ບ້ານບໍ່, ທ້າວກຸຍ ອາຍຸ 38 ປີ, ທ້າວ ສຸກຖາວອນ ອາຍຸ 29 ປີ, ບ້ານພູຂຽວ, ພວກກ່ຽວແມ່ນປະຊາຊົນ ຢູ່ເມືອງໄຊ, ແຂວງອຸດົມໄຊ, ທ້າວ ຊາຍ ອາຍຸ 38 ປີ, ຢູ່ບ້ານມົກລະຫາງ, ທ້າວທອງດີ, ອາຍຸ 42 ປີ, ຢູ່ບ້ານຫາດແອນ, ທ້າວຄໍາຕັນ ອາຍຸ 35 ປີ, ຢູ່ບ້ານໜອງບົວ ທັງ 3 ແມ່ນປະຊາຊົນ ຢູ່ເມືອງຫຼາ ແຂວງອຸດົມໄຊ, ທ້າວ ຕິງຢົງ ອາຍຸ 19 ປີ, ປະຊາຊົນ ຢູ່ບ້ານນ້ຳລີ ເມືອງສຳພັນ ແຂວງຜົ້ງສາລີ, ທ້າວ ຈະຊົງ, ອາຍຸ 36 ປີ, ປະຊາຊົນ ຢູ່ບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ.

ຈໍານວນລາຍຄະດີດັ່ງກ່າວທາງເຈົ້າໜ້າທີ່ພວມເລັ່ງສຶບສວນ – ສອບສວນເພື່ອຂະຫຍາຍຜົນ ແລະ ດໍາເນີນຄະດີຕາມກົດໝາຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...