spot_img
Homeຂ່າວຕ່າງປະເທດເຫດການລະເບີດຂົວ ໄຄເມຍ ເມື່ອວັນທີ 8 ຕຸລາ 2023

ເຫດການລະເບີດຂົວ ໄຄເມຍ ເມື່ອວັນທີ 8 ຕຸລາ 2023

Published on

ອີງຕາມສຳນັກຂ່າວຊິນຫົວ ລາຍງານໃນວັນທີ 27 ພຶດສະພາ 2023 ທີ່ຜ່ານມານີ້ວ່າ: ໜ່ວຍງານຄວາມໝັ້ນຄົງຍູເຄຣນ (SSU) ຍອມຮັບວ່າມີການດຳເນີນ “ມາດຕະການບາງຢ່າງ” ທີ່່ເຊື່ອມໂຍງກັບເຫດການລະເບີດຢູ່ຂົວໄຄເມຍ ເມື່ອເດືອນຕຸລາ 2022 ຜ່ານມາ.

ທ່ານ ວາຊິວ ມາຣຸກ ຫົວນ້າໜ່ວຍງານຄວາມໜັ້ນຄົງຂອງຍູເຄຣນ ລະບຸວ່າ: ຍູເຄຣນດຳເນີນມາດຕະການບາງຢ່າງຕາມກົດໝາຍຂອງປະເທດ, ກົດໝາຍລະຫວ່າງປະເທດ, ລວມເຖິງຮິດຄອງປະເພນີ ແລະ ປະເພນີການເຮັດສົງຄາມ ໂດຍຄໍານຶງເຖິງຄວາມຈິງທີ່ວ່າ ຂົວໄຄເມຍ(Crimean) ເປັນເສັ້ນທາງການຂົນສົ່ງທີ່ຕ້ອງໄດ້ຮັບການຕັດອອກຈາກສັດຕູ ແຕ່ຍັງບໍ່ສາມາດເປີດເຜີຍລາຍລະອຽດ ຂອງ”ປະຕິບັດການພິເສດ” ຕໍ່ປະຊາຊົນໄດ້.

ຢ່າງໃດກໍຕາມເຫດການລະເບີດຂົວໄຄເມີຍ ເມື່ອວັນທີ 8 ຕຸລາ 2023 ສ້າງຜົນກະທົບຫຼາຍຢ່່າງປະກອບດມີ: ທາງຄູ່ສຳລັບການສັນຈອນລົດຂົນສົ່ງ ແລະ ລົດໄໂທີ່ຢູ່ເທິງຊ່ອງແຄບເຄີກ, ເຊິ່ງລົດບັນທຸກຄັນໜຶ່ງລະເບີດຂົວ ເຮັດໃຫ້ນ້ຳມັນເທິງລົດໄຟ 7 ຖັງ ທີ່ກຳລັງເດີນທາງໄປສູ່ແຫຼມໄຄເມຍ ເກີດໄຟລຸກໄໝ້ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ຂົວເສຍຫາຍບາງສ່ວນ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...