spot_img
Homeຂ່າວພາຍ​ໃນAsiana Airlines ຍົກເລີກປີ້ບ່ອນນັ່ງໃກ້ປະຕູສຸກເສີນ ພາຍຫຼັງຜູ້ໂດຍສານເປີດປະຕູເຮືອບິນ

Asiana Airlines ຍົກເລີກປີ້ບ່ອນນັ່ງໃກ້ປະຕູສຸກເສີນ ພາຍຫຼັງຜູ້ໂດຍສານເປີດປະຕູເຮືອບິນ

Published on

ພາຍຫຼັງທີ່ຜູ້ໂດຍສານໃນສາຍການບິນ Asiana ຂອງເກົາຫຼີໃຕ້ ເປີດປະຕູຸກເສີນກາງອາກາດ ໃນວັນສຸກທີ່ຜ່ານມາ ສົ່ງຜົນໃຫ້ທາງສາຍການບິນຕ້ອງໄດ້ປະກາດ ຍົກເລີກປີ້ໂດຍສານທີ່ບ່ອນນັ່ງຕິດກັບປະຕູສຸກເສີນ.

ສາຍການບິນ Asiana Airlines ລະບຸໄວ້ວ່າ: ນັບຕັ້ງແຕ່ວັນທີ 28 ພຶດສະພາ 2023 ເປັນຕົ້ນໄປ ຈະບໍ່ມີການຂາຍປີ້ໂດຍສານ ບ່ອນນັ່ງ 31A ແລະ 26A ທີ່ຕິດກັບທາງອອກປະຕູສຸກເສີນ ເທິງເຮືອບິນຊະນິດ A321-200 ທັງ 14 ລຳຂອງສາຍການບິນ ກໍເພື່ອເປັນການປ້ອງກັນທີ່ຈະເກີດເຫດການຜູ້ໂດຍສານໄຂປະຕູສຸກເສີນອີກ ໂດຍສາຍການບິນຈະບໍ່ຂາຍປີ້ທີ່ດັ່ງກ່າວ ເຖິງວ່າຖ້ຽວບິນທີ່ມີບ່ອນນັ່ງເຕັມກໍຕາມ.

ມາດຕະການດັ່ງກ່າວນີ້ ມີຂຶ້ນພາຍຫຼັງຜູ້ໂດຍສານທ່ານໜຶ່ງເປີດປະຕູສຸກເສີນຂອງເຮືອບິນ A21-200 ຂອງສາຍການບິນ Asiana ທີ່ມີຜູ້ໂດຍສານເທິງເຮືອບິນເກືອບ 200 ຄົນ ຂະນະທີ່ເຮືອບິນກຳລັງລົງຈອດສະໜາມບິນນານາຊາດແທກູ ກຸງໂຊລ ເກົາຫຼີໃຕ້ ຈົນເຮັດໃຫ້ຜູ້ໂດຍສານຫຼາຍຄົນຕ້ອງຖືກສົ່ງໂຮງໝໍຍ້ອນການຫາຍໃຈບໍ່ສະດວກ.

ຕໍ່ມາຊາຍຜູ້ກໍ່ເຫດກໍຖືກຕຳຫຼວດຈັບ ໂດຍຜູ້ກໍ່ເຫດເວົ້າສາເຫດ ຍ້ອນວ່າຕົນຕ້ອງການອອກຈາກເຮືອບິນເພາະຮູ້ສຶກອຶດອັດ ຫາຍໃຈບໍ່ອອກ ແລະ ຕຶງຄຽດຈາກວຽກງານ.

ສານຊັ້ນຕົ້ນເມືອງແທກູໄດ້ອອກໝາຍຈັບຊາຍຜູ້ກໍ່ເຫດແລ້ວ ຈາກຂໍ້ຫາລະເມີດກົດໝາຍຄວາມໝັ້ນຄົງການເດີນອາກາດ ໂດຍໃຫ້ເຫດຜົນວ່າຜູ້ກໍ່ເຫດຈະໜີກ່ອນການພິຈາລະນາຄະດີໃນສານ ຊາຍຄົນດັ່ງກ່າວອາດຖືກຕັດສິນຈຳຄຸກສູງສຸດ 10 ປີ ຖ້າສານຕັດສິນວ່າມີຄວາມຜິດແທ້.

ແຫຼ່ງຂ່າວ ອັລຈາຊີລາ

ບົດຄວາມຫຼ້າສຸດ

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 28/03/2025 ຫາ ເວລາ 07 ໂມງ ຂອງວັນທີ 29/03/2025

ກົມອຸຕຸແຈ້ງເຕືອນສະພາບອາກາດ 28/3/25 ພາກເໜືອຈະມີອາກາດຮ້ອນ-ຮ້ອນເອົ້າ ສ່ວນພາກກາງມີເນື້ອທີ່ຝົນປົກຫຸ້ມ 50%. ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາປານກາງ, ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ໃນແຕ່ລະພາກ...

ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ. ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ຮອງຮັບການນໍາເຂົ້າ - ສົ່ງອອກ, ສົ່ງອອກຕໍ່ ແລະ ຜ່ານແດນ...

ພະຍາກອນອາກາດ ປະຈໍາວັນທີ 27 ມີນາ 2025, ເວລາ 12 ໂມງ 00

ຮ້ອນຈັດອາກາດຕອນສວາຍ ພາກເໜືອມີອຸນຫະພູມສູງສຸດ 40 ອົງສາ ສ່ວນພາກໃຕ້ມີເນື້ອທີ່ຝົນປົກຫຸ້ມ 50% ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດຍັງສືບຕໍ່ຮ້ອນ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ໃນແຕ່ ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ...

ເກົາຫຼີໃຕ້ປະເຊີນກັບໄຟປ່າຄັ້ງທີ່ຮ້າຍແຮງທີ່ສຸດ ຫຼ້າສຸດເສຍຊີວິດແລ້ວ 24 ຄົນ

ສະຖານະການໄຟປ່າທາງພາກຕາເວັນອອກສຽງໃຕ້ ລຸກລາມຢ່າງໄວວາ ຫຼ້າສຸດເສຍຊີວິດທັງໝົດ 24 ຄົນ ແລະ ບາດເຈັບອີກຫຼາຍຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 27 ມີນາ 2025 ກ່ຽວກັບສະຖານະການໄຟປ່າຄັ້ງຮ້າຍແຮງທີ່ສຸດໃນພາກຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ ທີ່ຍັງຄົງລຸກລາມເຜົາວັດເກົ່າແກ່ ແລະ ໄໝ້ອາຄານມໍລະດົກໂລກ...