spot_img
Homeຂ່າວພາຍ​ໃນເດັກນ້ອຍອາຍຸ 13 ປີເຄື່ອນໄຫວລັກຊັບໃນແຂວງຈຳປາສັກ

ເດັກນ້ອຍອາຍຸ 13 ປີເຄື່ອນໄຫວລັກຊັບໃນແຂວງຈຳປາສັກ

Published on

ເຈົ້າໜ້າທີ່ ປກສ ເມືອງໂພນທອງ ໄດ້ນຳເອົາເຄື່ອງຂອງກາງ ປະເພດສາຍແຂນ ສາຍຄໍຄຳ ແລະ ໂທລະສັບ ໄດ້ມອບໃຫ້ແກ່ເຈົ້າຂອງເດີມ.

ຕາມການລາຍງານ ຂອງເຈົ້າຫນ້າທີ່ ປກສ ເມືອງ ໂພນທອງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 13 ພຶດສະພາ 2023 ຜ່ານມາໄດ້ ມີພົນລະເມືອງເຂົ້າມາແຈ້ງຄວາມກັບເຈົ້າໜ້າທີ່ວ່າ ໄດ້ມີຄົນບໍ່ດີ 1 ຄົນ ເຂົ້າມາລັກຊັບຢູ່ພາຍໃນເຮືອນ ຂອງຕົນເອງ ເຊິ່ງໃນນັ້ນ ມີເງິນກີບຈໍານວນ 30 ລ້ານກີບ, ຄໍາ 3 ບາດ, ໂທລະສັບ 2 ໜ່ວຍ ລວມມູນຄ່າເສຍຫາຍ ທັງໝົດ 88 ລ້ານກີບ, ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ ເຈົ້າໜ້າທີ່ວິຊາສະເພາະເມືອງ ຈຶ່ງໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກໍາຂໍ້ມູນຫຼັກຖານຕົວຈິງ ເຫັນວ່າ ພົບຂໍ້ມູນ ແລະ ຊອກຫາເປົ້າໝາຍທີ່ກໍ່ເຫດ.

ມາໃນວັນທີ 15 ພຶດສະພາ 2023 ຈຶ່ງສາມາດກັນຕົວຜູ້ກໍ່ເຫດຊື່ທ້າວ ອາຄົມ ອາຍຸ 13 ປີ ປະຊາຊົນ ບ້ານ ນາຫວ້າ ເມືອງໂພນທອງ ແຂວງຈໍາປາສັກ ມາສືບສວນສອບສວນດໍາເນີນຄະດີ ພ້ອມເກັບກູ້ຂອງກາງມີ ສາຍແຂນ ສາຍຄໍຄໍາ ນໍ້າໜັກ 3 ບາດ, ເງິນກີບ 10 ລ້ານກວ່າກີບ, ໂທລະສັບ 2 ໜ່ວຍ ສ່ວນທີ່ເຫຼືອຜູ້ກ່ຽວໄດ້ເອົາ ໄປໃຊ້ຈ່າຍກິນຟຸມເຟືອຍຈົນໝົດ.

ຜ່ານການສືບສວນ-ສວບສວນ ຜູ້ກ່ຽວຍອມຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບແທ້ ແລະ ເຄື່ອນໄຫວລັກມາແລ້ວຫຼາຍຄັ້ງ ນອກນັ້ນຍັງໄດ້ເຄື່ອນໄຫວ ເສບຢາເສບຕິດ ຕໍ່ການກະທໍາຜິດດັ່ງກ່າວ ເປັນການກະທໍາຜິດຂອງເດັກ ທີ່ມີອາຍຸຕໍ່າກວ່າ 15 ປີ.

ແຫຼ່ງຂ່າວ ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...