spot_img
Homeຂ່າວພາຍ​ໃນປີ 2022 ປກສ ແຂວງອຸດົມໄຊ ແກ້ໄຂຄະດີຄ້າມະນຸດໄດ້ 3 ເລື່ອງ

ປີ 2022 ປກສ ແຂວງອຸດົມໄຊ ແກ້ໄຂຄະດີຄ້າມະນຸດໄດ້ 3 ເລື່ອງ

Published on

ກອງບັນຊາການ ປກສ ແຂວງດົມອຸໄຊ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມຸດ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ໃນອາທິດຜ່ານມາ, ເປັນປະທານໂດຍ ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງອຸດົມໄຊ, ມີຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ-ເມືອງ, ຄະນະຮັບຜິດຊອບ, ແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ສອນເພັດ ວົງພະສິດ ຮອງຫົວໜ້າຫ້ອງຕໍາຫຼວດ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດ ໄດ້ຜ່ານບົດສະຫຼຸບຜົນງານ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໃນໄລຍະ 1 ປີຜ່ານມາ ຍົກໃຫ້ເຫັນສະພາບການທີ່ພົ້ນເດັ່ນຂອງຄ້າມະນຸດ ໃນປີ 2022 ປກສ ແຂວງອຸດົມໄຊ ສາມາດແກ້ໄຂຄະດີຄ້າມະນຸດໄດ້ທັງໝົດ 3 ເລື່ອງ, ຜູ້ຖືກຫາ 15 ຄົນ ຍິງ 6 ຄົນ; ໃນນີ້ ຄະດີຂົ່ມຂືນກະທໍາຊໍາເລົ່າ 1 ເລື່ອງ, ຜູ້ຖືກຫາ 7 ຄົນ; ຄະດີກະທໍາຊໍາເລົ່າເດັກ 1 ເລື່ອງ, ຜູ້ຖືກຫາ 1 ຄົນ; ຄະດີຄ້າປະເວນີ 1 ເລື່ອງ ຜູ້ຖືກຫາ 7 ຄົນ ຍິງ 6 ຄົນ.

ໃນກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານຄຳສັ່ງແນະນຳຂອງ ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ກ່ຽວກັບການເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໃນປີ 2023-2024 ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດຕິພາບປະສິດຕິຜົນສູງ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີການເມືອງ ໃນໄລຍະໃໝ່, ພ້ອມທັງສະກັດກັ້ນຕ້ານບັນດາສາເຫດ ແລະ ເງື່ອນໄຂການຄ້າມະນຸດ ດ້ວຍມາດຕະການທີ່ ເຂັ້ມງວດ-ຫັດກຸມຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...