Homeຂ່າວພາຍ​ໃນໂຄງການກໍ່ສ້າງເສັ້ນທາງ 1D ສ້າງໄດ້ 3 ປີ ສຳເລັດແລ້ວ 27,5%

ໂຄງການກໍ່ສ້າງເສັ້ນທາງ 1D ສ້າງໄດ້ 3 ປີ ສຳເລັດແລ້ວ 27,5%

Published on

ວັນທີ 10 ພຶດສະພານີ້ ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ລົງມາຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງ ເລກທີ 5116 ຈາກທາງ 1 D ເຂດບ້ານຈອມທອງເຂົ້າຫາເຂດທອງມີໄຊ ເມືອງວຽງທອງ, ໂດຍມີທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ພ້ອມດ້ວຍຂະແໜງການທີ່່ກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະ ຕາງໜ້າບໍລິສັດຮັບເໜົາກໍ່ສ້າງຮ່ວມພາທາງ.

ທ່ານ ສົມພອນ ແສງຈັນເພັງ ພະນັກວິຊາການ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ທັງເປັນຫົວໜ້າໂຄງການກໍ່ສ້າງເສັ້ນທາງຈາກທາງ 1D ເຂດບ້ານຈອມທອງເຂົ້າຫາເຂດທອງມີໄຊດ່ານຊາຍແດນຕາດເຫີບ ໄດ້ລາຍງານໃຫ່ຮູ້ວ່າ: ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 87 ກິໂລແມັດ ອາຍຸສັນຍາ 3 ປີ, ມູນຄ່າການກໍ່ສ້າງ 482 ຕື້ກີບ, ຮັບເໜົາກໍ່ສ້ງໂດຍບໍລິສັດ ພັນທະມິດກຣຸບ ເຊິ່ງເສັ້ນທາງດັ່ງກ່າວອອກແບບການກໍ່ສ້າງເປັນທາງຊັ້ນ 5 ເຂດພູດອຍ, ປູຢາງເຂດຄ້ອຍຊັນ ແລະ ເຂດຊູມຊົນ ນອກນັ້ນແມ່ນປູດິນແດງ ບໍລິສັດໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ເດືອນມິຖຸນາ 2021 ເປັນຕົ້ນມາ ແລະ ຈະໃຫ້ສຳເລັດໃນເດືອນມິຖຸນາ 2024 ມາຮອດປະຈຸບັນ ການກໍ່ສ້າງສຳເລັດແລ້ວ 27,5% ຂອງໜ້າວຽກທັງໝົດ, ໂດຍລວມແລ້ວເຫັນວ່າການກໍ່ສ້າງແມ່ນຊັກຊ້າເຊິ່ງເກີດມາຈາກຫຼາຍປັດໃຈ.

ຈາກນັ້ນໃນວັນທີ 11 ພຶດສະພາ ທ່ານ ຮອງລັດຖະມົນຕີກະຊວງ ຍທຂ ຍັງໄດ້ສືບຕໍ່ລົງຕິດຕາມຄວາມຄືບໜ້າການກໍ່ສ້າງເສັ້ນທາງຈາກບ້ານນໍ້າອ້ອນ ເທດສະບານເມືອງ ໄຊຈຳພອນຫາ ບ້ານຫຼັກ 5 ເມືອງຄຳເກີດ ເຊິ່ງເປັນເສັ້ນທາງເຊື່ອມຕໍ່ຫາທາງເລກ 8A, ທ່ານ ຊາຍຟອງ ໄຊທອງເດດ ຫົວໜ້າໂຄງການຈາກພະແນກ ຍທຂ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວອອກແບບກໍ່ສ້າງ ປູຢາງ 2 ຊັ້ນ ມີຄວາມຍາວທັງໝົດ 62 ກິໂລແມັດ ແບ່ງອອກເປັນ 4 ສັນຍາຍ່ອຍ ໄລຍະການກໍ່ສ້າງ 36 ເດືອນ ແຕ່ປີ 2021-2024 ມູນຄ່າກໍ່ສ້າງ 472 ຕື້ກວ່າກີບ. ມາຮອດປະຈຸບັນການກໍ່ສ້າງສຳເລັດແລ້ວ 17,68 % ຫຼຸດແຜນທີ່ວາງໄວ້ ເຊິ່ງສາຍເຫດທີ່ພາໃຫ້ການກໍ່ສ້າງຊັກຊ້າ ຍ້ອນການລະບາດຂອງພະຍາດໂຄວິດ-19, ບັນຫາເສດຖະກິດ ແລະ ການເພີ່ມຂື້ນຂອງພະລັງງານນໍ້າມັນ ແລະ ສະພາບແວດລ້ອມອື່ນໆ.

ໃນໂອກາດທີ່ທ່ານ ຮອງລັດຖະມົນຕີກະຊວງ ຍທຂ ລົງມາຕິດຕາມໂຄງການກໍ່ສ້າງເສັ້ນທາງໃນຄັ້ງນີ້ ທ່ານໄດ້ໃຫ້ທິດຊີ້ນຳຫຼາຍດ້ານ ເປັນຕົ້ນແມ່ນ ທ່ານໄດ້ເນັ້ນໃຫ້ເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງຈົ່ງໄດ້ສືບຕໍ່ປະຕິບັດໜ້າວຽກໂຄງການໃຫ້ມີຄວາມຄືບໜ້າ, ປະສານສົມທົບເຊີ່ງກັນແລະກັນ ພ້ອມທັງສະຫຼຸບລາຍງານຂໍ້ສະດວກຂໍ້ຫຍູ້ງຍາກໃຫ້ຂັ້ນເທິງຮັບຮູ້ເປັນປະຈຳແຕ່ລະໄລຍະ ເພື່ອເຮັດໃຫ້ໂຄງການດຳເນີນມີຜົນສຳເລັດ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້ ພ້ອມທັງຮັບປະກັນທາງດ້ານເຕັກນິກ ແລະ ດ້ານຄຸນນະພາບ.

ທີ່ມາ ໜັງສືພິມບໍລິຄຳໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...