spot_img
Homeຂ່າວພາຍ​ໃນມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາປີ 2022

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາປີ 2022

Published on

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາປີ 2022 ບັນລຸໄດ້ ປະມານ 15,000 ລ້ານໂດລາສະຫະລັດ. ໃນນີ້ ມູນຄ່າການສົ່ງອອກ ມີປະມານ 8,198 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 6,808 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າ ປະມານ 1,390 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກທັງໝົດ ປະມານ 8,198 ລ້ານໂດລາສະຫະລັດ ໃນນີ້ ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ​ໄຟຟ້າ ປະມານ 2,358 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ປະມານ 805 ລ້ານໂດລາສະຫະລັດ, ເຈ້ຍ ປະມານ 491 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 360 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 336 ລ້ານໂດລາສະຫະລັດ, ​ຢາງ​ພາ​ລາ ປະມານ 336 ລ້ານໂດລາສະຫະລັດ, ມັນຕົ້ນ ປະມານ 329 ລ້ານໂດລາສະຫະລັດ, ເກືອກາລີ ​ປະມານ 320 ລ້ານໂດລາສະຫະລັດ, ເຄື່ອງ​ນຸ່ງ​ຫົ່ມ ປະມານ 254 ລ້ານໂດລາສະຫະລັດ ແລະ ນໍ້າຕານ ປະມານ 236 ລ້ານໂດລາສະຫະລັດ.

ສິນຄ້ານຳເຂົ້າທັງໝົດ ປະມານ 6,808 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 953 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ປະມານ 572 ລ້ານໂດລາສະຫະລັດ, ພາຫະນະທາງບົກ ປະມານ 454 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 323 ລ້ານໂດລາສະຫະລັດ, ວັດ​ຖຸ​ມີ​ຄ່າ ປະມານ 286 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ ປະມານ 248 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ ປະມານ 238 ລ້ານໂດລາສະຫະລັດ,  ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ປະມານ 227 ລ້ານໂດລາສະຫະລັດ, ນໍ້າຕານ ປະມານ 225 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 206 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 5 ອັນດັບ ໄດ້ແກ່: ໄທ ປະມານ 2,940 ລ້ານໂດລາສະຫະລັດ, ຈີນ ປະມານ 2,238 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 1,355 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 395 ລ້ານໂດລາສະຫະລັດ ແລະ ກໍາປູເຈຍ ປະມານ 185 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 5 ອັນດັບ ໄດ້ແກ່: ໄທ ປະມານ 3,377 ລ້ານໂດລາສະຫະລັດ, ຈີນ ປະມານ 1,646 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 423 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ ປະມານ 311 ລ້ານໂດລາສະຫະລັດ, ສະວິດເຊີແລນ ປະມານ 282 ລ້ານໂດລາສະຫະລັດ.

ທີ່ມາ laotradeportal

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...