spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27

ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27

Published on

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27, ກອງປະຊຸມ ທີ່ກ່ຽວຂ້ອງ ແລະ ງານວາງສະແດງການທ່ອງທ່ຽວອາຊຽນ ຄັ້ງທີ 42 ເຊິ່ງຈະຈັດຂື້ນ ໃນລະຫວ່າງວັນທີ 22-27 ມັງກອນ 2024 ຢູ່ນະຄອນຫລວງວຽງຈັນ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 12 ພຶດສະພາ 2023 ວ່າ: ເພື່ອເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ, ລັດຖະບານ ກໍຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີການກະກຽມຄວາມພ້ອມ ຢ່າງ ຮອບດ້ານ ໂດຍສະເພາະ ໄດ້ມີຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງບັນດາອະນຸກຳມະການຮັບຜິດຊອບບັນດາໜ້າວຽກ ເຊິ່ງລວມມີ 13 ອະນຸກຳມະການ. ໃນນັ້ນ, ປະກອບມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງ ໄດ້ລົງນາມກັບອາຊຽນຕ້າ ເພື່ອຮ່ວມກັນຈັດງານວາງສະແດງການທ່ອງທ່ຽວອາຊຽນ.

ນັບຕັ້ງແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997 ຂະແໜງການທ່ອງທ່ຽວ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດມະຫະກຳທ່ອງທ່ຽວອາຊຽນ ຫລື ເອີ້ນວ່າ: ASEAN Tourism Forum ( ATF) 2 ຄັ້ງຄື: ໃນປີ 2004, ປີ 2013 ແລະ ໃນປີ 2024 ແມ່ນຄັ້ງທີ 3 ພາຍໃຕ້ຄໍາຂວັນ “ອາຊຽນ ເປັນຈຸດ ໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອເຮັດໃຫ້ອາຊຽນມີຄວາມຍືນຍົງ ໃນອະນາຄົດ” “Quality and Responsible Tourism – Sustaining ASEAN Future”.

ສຳລັບ ການເປັນເຈົ້າພາບຈັດ ມະຫະກຳການທ່ອງທ່ຽວອາຊຽນ ATF 2024 ຂອງ ສປປ ລາວ ພວກເຮົາ ຖືເປັນເຫດການໜຶ່ງທີ່ສຳຄັນຢ່າງຍິ່ງ, ເປັນການຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະ ວຽກງານການທ່ອງທ່ຽວ ຂອງ ສປປ ລາວ ໃຫ້ເປັນທີ່ຮູ້ຈັກຢູ່ໃນພາກພື້ນ ແລະ ສາກົນ. ສຳລັບການເປັນເຈົ້າພາບງານ ATF 2024 ທີ່ຈະມາເຖິງນີ້ ຈະເປັນກາລະໂອກາດທີ່ສໍາຄັນ ເພື່ອໂຄສະນາເຜີຍແຜ່ນະໂຍບາຍຂອງພັກ-ລັດເຮົາ ໃນການພັດທະນາເສດຖະກິດ-ສັງຄົມ, ການໂຄສະນາການທ່ອງທ່ຽວລາວສູ່ເວທີສາກົນ; ເປັນການເພີ່ມທະວີການ ຮ່ວມມືກັບບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາ, ອົງການຈັດຕັ້ງສາກົນ ເພື່ອຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດການທ່ອງທ່ຽວອາຊຽນ 2021-2025 ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ຍັງເປັນການເພີ່ມທະ ວີການຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫລືອຈາກປະເທດຄູ່ເຈລະຈາ ແລະ ອົງການຈັດຕັ້ງສາກົນອື່ນໆ. ໃນ ຖານະຂະແໜງການທ່ອງທ່ຽວ ສປປ ລາວ ເປັນປະທານກອງປະຊຸມທ່ອງທ່ຽວອາຊຽນ 2024 ນີ້ ຈະປະຕິບັດພັນ ທະ ແລະ ເປັນແກນກາງຂອງອາຊຽນ ເຮັດໃຫ້ກອງປະຊຸມ ແລະ ງານດັ່ງກ່າວບັນລຸຜົນສຳເລັດຕາມຄາດໝາຍ.

ໃນກອງປະຊຸມດັ່ງກ່າວ, ນອກຈາກກອງປະຊຸມທາງການແລ້ວ ຍັງຈະມີງານວາງສະແດງການທ່ອງທ່ຽວອາ ຊຽນ ເຊິ່ງເປັນກິດຈະກຳໜຶ່ງທີ່ສຳຄັນສຳລັບການຊື້-ຂາຍລາຍການທ່ອງທ່ຽວລະຫວ່າງ ຜູ້ຊື້-ຂາຍ ທີ່ຈະເດີນທາງມາ ຮ່ວມຈາກທົ່ວທຸກມຸມໂລກ ເຊິ່ງຈະສ້າງໂອກາດທີ່ດີໃຫ້ແກ່ຜູ້ປະກອບການທຸລະກິດທ່ອງທ່ຽວລາວ ສາມາດເຂົ້າເຖິງ ຕະຫລາດທ່ອງທ່ຽວເປົ້າໝາຍຂອງຕົນ ໂດຍທາງກົງ ແລະ ກ້າວໄປສູ່ການຊື້-ຂາຍລາຍກການທ່ອງທ່ຽວນຳກັນ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...