spot_img
Homeຂ່າວພາຍ​ໃນສານແຂວງວຽງຈັນ ຕັດສິນລົງໂທດ 5 ຈຳເລີຍ

ສານແຂວງວຽງຈັນ ຕັດສິນລົງໂທດ 5 ຈຳເລີຍ

Published on

ໃນວັນທີ 11 ພຶດສະພາ 2023 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີຈໍາເລີຍຈໍານວນ 5 ຄົນຄື:

1. ທ້າວ ສົມບູນ ອາຍຸ 59 ປີ ອາຊີບ ຊາວນາ ຢູ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 22 ເມສາ 2021 ໃນຂໍ້ກ່າວຫາ ທຳສຳເລົາເດັກ.

2. ທ້າວ ໄມສີ ຫຼື ເຫວ ອາຍຸ 37 ປີ ອາຊີບ ຊາວນາ ຢູ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 17 ເມສາ 2023 ໃນຂໍ້ກ່າວຫາ ທຳສຳເລົາເດັກ.

ດັ່ງນັ້ນ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະພາບທ້າວ ສົມບູນ ແລະ ທ້າວ ໄມສີ ຈຳເລີຍ ຜູ້ລະ 3 ປີ ປັບໃໝຜູ້ລະ 5 ລ້ານກີບ ພ້ອມທັງໃຫ້ ທ້າວສົມບູນ ໃຊ້ແທນຄ່າສິ້ນເປືອງໃນການໄປມາພົວພັນຄະດີ 2.500.000 ກີບ, ໃຫ້ທ້າວ ໄມສີ ໃຊ້ແທນຄືນຄ່າປົວແປງຈິດໃຈທຳອູ່ສູ່ຂວັນ 10.000.000 ກີບ, ຄ່າສິ້ນເປືອງການໄປມາຫາໝໍ ແລະ ເກີດລູກ 2.500.000 ກີບ, ຄ່າສິ້ນເປືອງໄປມາພົວພັນຄະດີ 2.500.000 ກີບ, ຄ່າລ້ຽງດູລູກນ້ອຍ ແຕ່ 1 ວັນ ຈົນຮອດ 18 ປີ , ໃຫ້ທ້າວ ສົມບູນ, ທ້າວໄມສີ ເສຍຄ່າທຳນຽນ ແລະ ຄ່າສຳເນົາເອກະສານຕ່າງໆ ຜູ້ລະ 105.000 ກີບ.

3. ທ້າວ ສຸກສັນ ອາຍຸ 36 ປີ ອາຊີບເຮັດນາ ຢູ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 14 ສິງຫາ 2019 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 196 ເມັດ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະ ພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ.

4. ທ້າວ ຄໍານ້ອຍ ອາຍຸ 42 ປີ ຢູ່ບ້ານເກີນກາງ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 21 ສິງຫາ 2019 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຂອບຄອງ, ຊຸກເຊື່ອງ, ການຄ້າຂາຍຊັບຢ່າງຜິດກົດໝາຍ ປະເພດຢາບ້າ 168 ເມັດ, ລົດຈັກ 4 ຄັນ ສານໄດ້ຕັດສິນລົງໂທດຕັດອິດສະຫຼະພາບ 7 ປີ 9 ເດືອນ ປັບໃໝ 18 ລ້ານກີບ.

5. ທ້າວ ແທ່ນ ອາຍຸ 40 ປີ ອາຊີບ ເຮັດນາ ຢູ່ບ້ານນາໝໍ້ ເມືອງໝື່ນ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 27 ກັນຍາ 2019 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 10.000 ເມັດ ເທົ່າກັບ 5 ມັດ, ຢາໄອ 2 ຖົງ ດັ່ງນັ້ນ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ ປະຫານຊິວິດ.

ແຫຼ່ງຂ່າວ ປກສ ແຂວງວຽງຈັນ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...