ສປປ ລາວ ຍັງມີຜູ້ວ່າງງານ 61.000 ກວ່າຄົນ

0
1051

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສະຫະພັນກຳມະບານລາວ (ສກລ) ໄດ້ລາຍງານສະພາບການຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານໃນພາກພື້ນ, ສາກົນ ແລະ ໃນລາວ.ການເຄື່ອນໄຫວວຽກງານກຳມະບານ ແລະ ທິດທາງວຽກງານຈຸດສຸມໂດຍຫຍໍ້ ໃນວັນທີ 9 ພຶດສະພາ ຜ່ານມາວ່າ: ສະພາບການຂອງໂລກ ແລະ ພາກພື້ນໄດ້ມີການຜັນແປຢ່າງສັບສົນ ມີທັງສິ່ງທ້າທາຍ ແລະ ກາລະໂອກາດ. ໃນນັ້ນ, ຊາວຜູ້ອອກແຮງງານໃນທົ່ວໂລກ ກໍໄດ້ມີຄວາມຫຍຸ້ງຍາກ, ສັບສົນຫຼາຍບັນຫາເປັນຕົ້ນ: ບັນຫາເລື່ອງຄ່າແຮງງານ, ຕະຫຼາດແຮງງານມີແນວໂນ້ມທີ່ຈະຫຼຸດລົງ, ການຈ້າງງານກໍຫຼຸດລົງ, ເກີດມີໄພວ່າງງານເພີ່ມຂຶ້ນ, ສາເຫດແມ່ນຍ້ອນໄດ້ຮັບວິກິດການຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເສດຖະກິດທົດຖອຍ ເຮັດໃຫ້ກຳລັງແຮງງານໄດ້ຮັບຜົນກະທົບຢ່າງໜັກ, ຄາດຄະເນວ່າມີກຳມະກອນ ປະມານ 214 ລ້ານຄົນ ດໍາລົງຊິວິດຢູ່ໃນຄວາມທຸກຍາກເພີ່ມຕື່ມອີກ ເພາະບໍ່ມີວຽກເຮັດງານທໍາ.

ສຳລັບຈຸດພິເສດຜູ້ອອກແຮງງານລາວໃນເກນອາຍຸອອກແຮງງານຢູ່ ສປປ ລາວ ມີກຳລັງແຮງງານສ່ວນໃຫຍ່ ອາຍຸ 25-64 ປີ ກວມເອົາ 78,7%; ຜູ້ທີ່ມີວຽກເຮັດງານທໍາທັງໝົດ 2,4 ລ້ານກວ່າຄົນ ກວມເອົາ 97,6% ຂອງກໍາລັງແຮງງານທັງໝົດ; ມີຜູ້ວ່າງງານທັງໝົດ 61.000 ກວ່າຄົນ ຍິງ 21.000 ກວ່າຄົນ ກວມເອົາ 34,4% ຂອງຜູ້ວ່າງງານທັງໝົດ; ແຮງງານລາວທີ່ເຄື່ອນຍ້າຍໄປອອກແຮງງານທີ່ຖືກຕ້ອງຕາມກົດໝາຍຢູ່ຕ່າງປະເທດມີທັງໝົດ 38.000 ກວ່າຄົນ ຍິງ 21.000 ກວ່າຄົນ ຊຶ່ງມີປະເທດໄທ, ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ມາເລເຊຍ; ສ່ວນຫຼາຍແມ່ນເຮັດວຽກຢູ່ 3 ຂົງເຂດຄື: ອຸດສະຫະກຳ, ກະສິກຳ ແລະ ການບໍລິການ.

ພາຍຫຼັງສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ VIII ເປັນຕົ້ນມາ ຊຶ່ງເປັນໄລຍະທີ່ປະເທດເຮົາໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໄພພິບັດທາງທຳມະຊາດ ແລະ ບັນຫາອື່ນໆ ສົ່ງຜົນກະທົບທາງດ້ານເສດຖະກິດ-ການເງິນມະຫາພາກ, ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ, ຄ່າຄອງຊີບແພງ, ຄ່າແຮງງານບໍ່ສາມາດຕອບສະໝອງກັບການດໍາລົງຊິວິດຂອງພະນັກງານ-ລັດຖະກອນ, ກຳມະກອນ ແລະ ຜູ້ອອກແຮງງານ ຈຶ່ງເກີດມີປະກົດການຫຍໍ້ທໍ້ທາງສັງຄົມ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງພະນັກງານ-ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຈໍານວນຫຼວງຫຼາຍ. ພ້ອມກັນນັ້ນ, ກໍໄດ້ສົ່ງຜົນກະທົບຕໍ່ການຜະລິດທຸລະກິດ, ການບໍລິການ ເກີດມີການເຄື່ອນຍ້າຍແຮງງານຢ່າງຫຼວງຫຼາຍ, ເຮັດໃຫ້ເກີດສະພາບຂາດແຄນແຮງງານ ຢູ່ບັນດາຫົວໜ່ວຍແຮງງານ. ນອກຈາກນັ້ນ, ບັນດາຫົວໜ້າໜ່ວຍແຮງງານຈຳນວນຫຼວງຫຼາຍບໍ່ມີການຈັດຕັ້ງກຳມະບານ, ແຮງງານສ່ວນຫຼວງຫຼາຍບໍ່ໄດ້ເຂົ້າໃນການຈັດຕັ້ງ ເຮັດໃຫ້ການສຶກສາອົບຮົມການເມືອງແນວຄິດ ການມີສະຕິຕື່ນຕົວຕໍ່ລະບຽບວິໃນໃນການອອກແຮງງານ, ສະຕິຮັກຊາດ – ຮັກບ້ານເກີດເມືອງນອນ, ຄວາມອົດທົນແມ່ນມີໜ້ອຍ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ຍັງກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ ຄະນະນຳຂອງ ສກລ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ຫັນລົງຊຸກຍູ້ການເຄື່ອນໄຫວວຽກງານກຳມະບານຢູ່ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ນໍາພາ-ຊີ້ນໍາການຈັດຕັ້ງ, ເຜີຍແຜ່ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຄັ້ງທີ 2 ແລະ 3 ສະໄໝທີ VIII, ແຜນພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ IV ຊຶ່ງປະກອບມີ 9 ແຜນງານ 51 ໂຄງການ.

Cr.ປະຊາຊົນ