Homeຂ່າວພາຍ​ໃນສະມາຄົມປິ້ງໄກ່ເຊໂນສະເໜີຫົວໜ້າອຸດສາຫະກຳ-ການຄ້າແຂວງ ຊ່ວຍເຫຼືອເລື່ອງຄ່າເຊົ່າແພງ

ສະມາຄົມປິ້ງໄກ່ເຊໂນສະເໜີຫົວໜ້າອຸດສາຫະກຳ-ການຄ້າແຂວງ ຊ່ວຍເຫຼືອເລື່ອງຄ່າເຊົ່າແພງ

Published on

ພິທີພົບປະໄດ້ຈັດຂຶ້ນໃນຕອນບ່າຍຂອງ ວັນທີ 9 ພຶດສະພາ 2023 ທີ່ສາມຫຼ່ຽມ ປິ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ປອ ວັນແສງ ແກ້ວບຸນພັນ ພາຍໃນງານມີສະມາຄົມປິ້ງໄກ່ເຊໂນເມືອງ ອຸທຸມພອນ ສະເໜີຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງ ທີ່ລົງມາພົບປະກັບສະມາຄົມໃຫ້ຊ່ວຍເຫຼືອກ່ຽວກັບຄ່າເຊົ່າແພງ ພາຍຫຼັງທີ່ສ້ອມແປງສໍາເລັດ, ໜຶ່ງໃນຕົວແທນສະມາຄົມປິ້ງໄກ່ເຊໂນ ໄດ້ເວົ້າວ່າ: ຄ່າເຊົ່າບ່ອນຂາຍປິ້ງ ໄກ່ລາດທີ່ກໍາລັງສ້ອມແປງຢູ່ນັ້ນມີລາຄາເຊົ່າ 3-5 ລ້ານກີບ ຕໍ່ຫ້ອງ ຕໍ່ເດືອນ ຖືວ່າແພງເກີນໄປ, ບໍ່ທັນໄດ້ນັບທັງຄ່ານໍ້າ, ຄ່າໄຟຟ້າ ມາສົມທຽບໃສ່ກັບເສດຖະກິດສູ່ມື້ນີ້ແມ່ນຫຍັງກໍ່ແພງໄປໝົດ ສະນັ້ນພວກເຮົາແມ່ນສູ້ບໍ່ໄຫວ ດັ່ງນັ້ນຈິ່ງຢາກໃຫ້ທາງຂັ້ນເທິງ ແກ້ໄຂຊ່ວຍ, ຄັນຖ້າວ່າຄ່າເຊົ່າ ຢູ່ໃນລະດັບ 5 ແສນ ຫາ 1 ລ້ານກີບ ຕໍ່ຫ້ອງຕໍ່ເດືອນແມ່ນພໍຢູ່ໄດ້.

อาจเป็นรูปภาพของ 9 คน และ ฟลุต

ໂອກາດດັ່ງກ່າວ, ທ່ານ ປອ ວັນແສງ ແກ້ວບຸນພັນ ວ່າການຫົວ ໜ້າພະແນກອຸດສາຫະກໍາ-ການ ຄ້າແຂວງກໍ່ໄດ້ຮັບປາກກັບສະມາຄົມຈະນໍາເອົາຄໍາສະເໜີຂອງ ສະມາຄົມໄປສະເໜີຕໍ່ຂັ້ນເທິງພິຈາລະນາແກ້ໄຂຕາມສະພາບຄວາມເປັນຈິງຂອງເສດຖະກິດໃນປັດຈຸບັນ, ຄຽງຄູ່ກັນນີ້ທ່ານຍັງເນັ້ນໃຫ້ແມ່ຄ້າ ຫຼື ຮ້ານປິ້ງໄກ່ລາດ ແຕ່ລະຮ້ານທີ່ໄດ້ໂອດອບ ແລະ ຍັງບໍ່ທັນໄດ້ໂອດອບ ຕ້ອງໄດ້ມີການພັດທະນາຫຸ້ມຫໍ່ຜະລິດຕະພັນແມ່ນ ສໍາຄັນປະຈຸບັນແມ່ນຍັງປະຖົມປະຖານຢູ່, ຮັກສາສຸຂະອະນາໄມ ແລະ ເພີ່ມຄວາມດຶງດູດຜູ້ບໍລິໂພກ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ, ຮັກສາເອກະລັກປິ້ງໄກ່ລາດເຊໂນ ໃຫ້ຢັ້ງຢືນ ເພາະວ່າປິ້ງໄກ່ລາດ ເຊໂນແມ່ນຕິດອັບດັບໜຶ່ງຂອງປະເທດລາວ.

ຂະນະດຽວກັນ, ທ່ານ ຄໍາພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ຜູ້ຊີ້ນໍາວຽກງານເສດຖະກິດກໍ່ມີ ຄໍາເຫັນວ່າ: ຕໍ່ໄປຕ້ອງພັດທະນາປັບປຸງໃຫ້ມັນດີຮ້ານໃດເຂົ້າເປັນສະມາຊິກແມ່ນມີແຜ່ນໃສ່ປ້າຍ ແລະ ຮ້ານໃດທີ່ຍັງບໍ່ທັນໄດ້ໂອດອບກໍ່ຕ້ອງບຸກບືນ, ສິ່ງໜຶ່ງອີກສະມາຄົມປິ້ງໄກ່ລາດຂອງພວກ ເຮົາຍັງບໍ່ທັນເຂັ້ມແຂງ, ຖ້າເຮັດໄດ້ມີຄວາມເຂັ້ມແຂງແມ່ນສາມາດເປັນຕົວແທນໃຫ້ພາກລັດໄດ້.

ສ່ວນທາງດ້ານ ທ່ານ ບຸນທະວີ ສີສຸມັງ ຮອງຫົວໜ້າຫ້ອງການອຸດ ສາຫະກໍາ-ການຄ້າເມືອງອຸທຸມ ພອນ ກ່າວລາຍງານວ່າ: ພາຍຫຼັງ ທີ່ກຸ່ມ ຫຼືສະມາຄົມຜູ້ຜະລິດປິ້ງໄກ່ລາດເຊໂນ ໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາໝາຍຢ່າງເປັນທາງການແລ້ວ, ເບື້ອງຕົ້ນຮ້ານປິ້ງໄກ່ ລາດທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາໝາຍແມ່ນມີ 15 ຮ້ານ, ໄດ້ຢຸດເຊົາກິດຈະການ 5 ຮ້ານ, ເນື່ອງຈາກມີການຍົກຍ້າຍຖິ່ນຖານໄປ ຢູ່ບ່ອນອື່ນ ຍ້ອນບໍ່ມີຜູ້ສືບທອດ, ແຕ່ພາຍຫຼັງຜະລິດຕະພັນປິ້ງ ໄກ່ລາດເຊໂນໄດ້ຮັບກາໝາຍ ໂອດອບແຫ່ງຊາດແລ້ວ ເຫັນວ່າໄດ້ຮັບຄວາມນິຍົມເປັນທີ່ຕ້ອງການຂອງສັງຄົມພາຍໃນ ແລະ ນັກທ່ອງທ່ຽວພາຍນອກຫຼາຍຂຶ້ນ ແລະມາຮອດປະຈຸບັນມີຈໍານວນ ສະມາຊິກທັງໝົດ 52 ຮ້ານ ເຊິ່ງມີຍອດຂາຍ ປະມານ 1.200 ຫາ 1.500 ໂຕຕໍ່ມື້.

อาจเป็นรูปภาพของ 3 คน และ ข้อความ

ທີ່ມາ Savanhphathana News

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...