spot_img
Homeຂ່າວພາຍ​ໃນນັງແຕ່ຕົ້ນປີ 2023 ມີຜູ້ລັກໃຊ້ໄຟຟ້າເສຍຫາຍຫຼາຍກວ່າ 100 ຕື້ກວ່າກີບ

ນັງແຕ່ຕົ້ນປີ 2023 ມີຜູ້ລັກໃຊ້ໄຟຟ້າເສຍຫາຍຫຼາຍກວ່າ 100 ຕື້ກວ່າກີບ

Published on

ນັບແຕ່ປີ 2023 ຮອດປະຈຸບັນ ລັດວິສາຫະກິດໄຟຟ້າລາວ ສາຂາໄຟຟ້ານະຄອນຫຼວງ2 ທີ່ຂຶ້ນກັບ ຝ່າຍຄຸ້ມຄອງລະບົບໄຟພາກກາງ ໄດ້ກວດພົບເຫັນຄົນລັກໃຊ້ໄຟຟ້າ ແລ້ວ 32 ຄົນ ປະກອບມີປະເພດກະສິກໍາເພື່ອການຄ້າ ຈໍານວນ 1 ລູກຄ້າ, ປະເພດທີ່ຢູ່ອາໄສ ຈໍານວນ 18 ລູກຄ້າ, ປະເພດທຸລະກິດຄ້າຂາຍທົ່ວໄປ ຈໍານວນ 3 ລູກຄ້າ, ບິດຄອຍ ຈໍານວນ 7 ລູກຄ້າ ແລະ ປະເພດອຸດສາຫະກໍາ ຈໍານວນ 3 ລູກຄ້າ ຊຶ່ງເຫດດັ່ງກ່າວໄດ້ສ້າງຄວາມເສຍຫາຍຫຼາຍກວ່າ 100 ຕື້ກວ່າກີບ ທຽບໃສ່ປີ 2022 ເພີ່ມຂຶ້ນ 70 ຕື້ກວ່າກີບ.

ການລັກໃຊ້ໄຟດັ່ງກ່າວແມ່ນມີຫຼາຍຮູບແບບ ບໍ່ວ່າຈະເປັນການລັກຕໍ່ຕົງ, ລັກດັດແປງຂໍ້ມູນ, ລັກດັດແປງພາຍນອກ, ລັກຊ໋ອດສາຍ CT-VT ແລະ ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການດັດແປງອຸປະກອນໝໍ້ນັບໄຟ ແລະ ອື່ນໆ.

ແຫຼ່ງຂາ່ວ ລັດວິສາຫະກິດໄຟຟ້າສາຂານະຄອນຫຼວງ2

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...