spot_img
Homeຂ່າວພາຍ​ໃນມອບພາຫະນະທີ່ຖືກລັກໄປຈຳນວນ 7 ຄັນຄືນໃຫ້ເຈົ້າຂອງເດີມ

ມອບພາຫະນະທີ່ຖືກລັກໄປຈຳນວນ 7 ຄັນຄືນໃຫ້ເຈົ້າຂອງເດີມ

Published on

ໃນວັນທີ 5 ພຶດສະພາ 2023 ຜ່ານມາ, ທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊບູລີ ແຂວງສະຫວັນນະເຂດ. ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໄຊບູລີ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ມອບຄືນພາຫະນະ ປະເພດລົດຈັກ ຊູມເມີ້ເອັກສີຟ້າ+ດໍາ ຈໍານວນ 1 ຄັນ ປ້າຍທະບຽນ ຍດ 7878 ສະຫວັນນະເຂດ ທີ່ຖືກຄົນຮ້າຍລັກໄປ ມອບ ຄືນໃຫ້ເຈົ້າຂອງເດີມ.

ລົດຄັນດັ່ງກ່າວແມ່ນໄດ້ຖືກຄົນຮ້າຍລັກໄປໃນວັນທີ 27 ເມສາ 2023, ມາຮອດວັນທີ 2 ພຶດສະພາ 2023 ເຈົ້າໜ້າທີ່ຕໍາຫຼວດຈິ່ງສາມາດຈັບກຸມຕົວຜູ້ກໍ່ເຫດມາດໍາເນີນຄະດີ ພ້ອມຂອງກາງລົດຈັກຄັນດັ່ງກ່າວ. ມອບໂດຍ ທ່ານ ພັທ ທະນູສັກ ວໍລະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊບູລີ ແລະ ຕາງໜ້າກ່າວຮັບໂດຍ ນາງທອງລອນ ພິມມະສອນ ບ້ານ ໄຊອຸດົມ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ.

ໂອກາດດຽວກັນນີ້ ຮອ ສຸກສະໝອນ ລິນສີທອງ ວ່າການຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ໄຊບູລີ ກໍ່ຍັງໄດ້ໃຫ້ຂໍ້ມູນເພີ່ມເຕີມຕໍ່ຜູ້ສື່ຂ່າວ ເມືອງໄຊບູລີ ຂອງພວກເຮົາວ່າ: ນັບແຕ່ເດືອນມັງກອນ ປີ 2023 ເປັນຕົ້ນມາ ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງໄຊບູລີ ໄດ້ມ້າງກຸ່ມແກ້ງ ລັກຊັບພົນລະເມືອງ ປະເພດ ລົດຈັກໄດ້ 1 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 7 ຄົນ. ຢຶດຂອງກາງ ປະເພດລົດຈັກໄດ້ 7 ຄັນ ແລະ ມອບຄືນໃຫ້ເຈົ້າຂອງເດີມ ແລ້ວຈໍານວນ 5 ຄັນ ປະຈຸບັນນີ້ຍັງມີ ລົດຈັກເວບ ອີກຈໍານວນ 2 ຄັນ ທີ່ທາງ ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໄຊບູລີ ຢຶດຄືນມາໄດ້ຈາກຜູ້ກໍ່ເຫດ ແລະ ພວມຢູ່ໃນຂັ້ນຕອນກະກຽມມອບຄືນໃຫ້ເຈົ້າຂອງເດີມ.

ຕໍ່ກັບສະພາບການດັ່ງກ່າວຈິ່ງຮຽກຮ້ອງມາຍັງປະຊາຊົນທຸກພາກສ່ວນ ເພີ່ມທະວີ ສະຕິລະວັງຕົວໃນການປົກປັກຮັກສາຊັບສິນຂອງຕົນໃຫ້ສູງຂື້ນ ເພື່ອບໍ່ໃຫ້ເກີດເຫດການແບບນີ້ຂື້ນກັບບັນດາທານ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...