spot_img
Homeຂ່າວພາຍ​ໃນປີ 2022 ກຳລັງແຮງງານລາວທີ່ມີອາຍຸໃນເກນອອກແຮງງານ 5,3 ລ້ານຄົນ

ປີ 2022 ກຳລັງແຮງງານລາວທີ່ມີອາຍຸໃນເກນອອກແຮງງານ 5,3 ລ້ານຄົນ

Published on

ຜົນການສຳຫຼວດກຳລັງແຮງງານລາວໃນປີ 2022 ດ້ານພົນລະເມືອງລາວທັງໝົດມີປະມານ 7,4 ລ້ານກວ່າຄົນ. ໃນນັ້ນມີອາຍຸໃນເກນອອກແຮງງານ 5,3 ລ້ານຄົນ (ອາຍຸ 15 ປີຂຶ້ນໄປ), ເປັນກຳລັງແຮງງານ 2,​7 ລ້ານຄົນ, ມີວຽກເຮັດ​ 2,4 ລ້ານຄົນ ( 35% ມີເງິນເດືອນ ແລະ ເປັນນາຍຈ້າງ 65% ເຮັດວຽກອິດສະຫຼະ, ເຮັດວຽກໃຫ້ຄອບຄົວບໍ່ມີຄ່າແຮງງານ), ວ່າງງານ 2,4% ເທົ່າກັບ 61 ​ພັນກວ່າຄົນ.

อาจเป็นรูปภาพของ 4 คน และ ข้อความ

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ( ຮສສ ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ກຳລັງແຮງງານລາວດ້ານຄຸນນະພາບ ຖ້າເບິ່ງດ້ານການສຶກສາ, ບໍ່ມີການສຶກສາ 12%, ບໍ່ຈົບປະຖົມ, ຕ່ຳກວ່າປະຖົມ 31,5%, ຈົບປະຖົມ 18% ແລະ ຈົບມັດທະຍົມປາຍ 7,5%, ວິຊາສະເພາະຊັ້ນຕົນ 1%, ຊັ້ນກາງ 3%, ສູງ 5,9% ແລະ ມະຫາວິທະຍາໄລ 6,9% ຍັງບໍ່ມີການສຳຫຼວດປະສິດທິພາບຂອງແຮງງານລາວຢ່າງເປັນທາງການ ແຕ່ມີບາງຂະແໜງເສດຖະກິດໄດ້ມີການສົມທຽບໃນລະດັບພາກພື້ນອາຊຽນເຫັນວ່າ ແຮງງານລາວມີຕ່ຳກວ່າຫຼາຍປະເທດໃນອາຊຽນ ແລະ ໃນຂະນະດຽວກັນແຮງງານລາວມີຄຸນນະພາບສູງໃນຂະແໜງການບໍລິການ ການເງິນ, ການທະນາຄານ, ໂທລະຄົມມະນາຄົມ ສັງເກດເຫັນວ່າມີສັດ ສ່ວນການນຳໃຊ້ແຮງງານຕ່າງປະເທດບໍ່ສູງ ເຖິງຈະເປັນຂະແໜງການທີ່ຈຳເປັນຕ້ອງໃຊ້ສີມືຂ້ອນຂ້າງສູງກໍຕາມ ຊຶ່ງຫົວໜ່ວຍແຮງງານທີ່ມີຄວາມໝັ້ນຄົງສູງກວ່າ, ມີການຈ່າຍຄ່າແຮງງານທີ່ສູງກວ່າ, ມີສະຫວັດດີການແຮງງານທີ່ດີ ຈະບໍ່ມີບັນຫາໃນການຂາດແຄນແຮງງານທີ່ມີສີມື.

ไม่มีคำอธิบายรูปภาพ

ທ່ານ ພົງໄຊສັກ ອິນຖາລາດ ກ່າວເນັ້ນໃຫ້ຮູ້ອີກວ່າ: ສຳລັບແຜນການໃນຕໍ່ໜ້າ ກະຊວງ ຮສສ ຈະສືບຕໍ່ຈັດຕັ້ງປະຕິບັດແນວທາງຂອງພັກ, ແຜນ 8 ຂອງລັດຖະບານ ແລະ ແຜນ 4 ຂອງກະຊວງ, ສ້າງນິຕິກຳໂດຍສະເພາະກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ເພື່ອເປັນບ່ອນອີງໃຫ້ແກ່ການມີສ່ວນຮ່ວມຂອງຫຼາຍພາກສ່ວນໃນການສ້າງກຳລັງແຮງງານລາວໃຫ້ມີຄຸນນະພາບ ລວມທັງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ປັບປຸງເງື່ອນໄຂ ແລະ ສ້າງສະພາບແວດລ້ອມທີ່ດີຂຶ້ນໃນບາງຫົວໜ່ວຍແຮງງານ, ໂຄງການລົງທຶນຕ່າງໆ ເພື່ອຮັບປະກັນຜົນປະໂຫຍດດ້ານຄ່າແຮງງານ ແລະ ສະຫວັດດີການແຮງງານໃຫ້ຜູ້ອອກແຮງງານ ເພື່ອສ້າງແຮງຈູງໃຈໃຫ້ກຳລັງແຮງງານຮຽນສາຍວິຊາຊີບ ແລະ ພັດທະນາຕົນເອງໃຫ້ຫຼາຍຂຶ້ນ ລວມງທັງການຍົກສູງຜະລິດຕະພາ່ບຂອງແຮງງານໃຫ້ສູງຂຶ້ນ, ເກັບກຳຄວາມຕ້ອງການໃນການຢາກຝຶກສີມືແຮງງານ ເພື່ອປະກອບອາຊີບອິດສະຫຼະ ຕາມໂຄງການເງິນກູ້ຈາກທະນາຄານໂລກ 2023-2026, ຂົນຂວາຍແຫຼ່ງທຶນຈາກພາກທຸລະກິດ, ຈາກຕ່າງປະເທດ ເພື່ອລົງທຶນສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບດ້ານວິຊາການໃນການພັດທະນາ ຫຼື ສ້າງກຳລັງແຮງງານລາວໃຫ້ມີຄຸນນະພາບ.

ກະຊວງ ຮສສ ຍາມໃດກໍມີຄວາມເປັນຫ່ວງ ເປັນໃຍຕໍ່ກຳລັງແຮງງານໃຫ້ໄດ້ຮັບການປົກປ້ອງຄຸ້ມຄອງ ສິດຜົນປະໂຫຍດຢ່າງຊອບທຳຈາກຜູ້ໃຊ້ແຮງງານ ໂດຍໄດ້ກຳນົດນິຕິກຳ ປັບປຸງນິຕິກຳໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນແຕ່ລະໄລຍະ ແນໃສ່ເຮັດໃຫ້ຊາວຜູ້ອອກແຮງງານໄດ້ຮັບການປົກປ້ອງສິດຜົນປະໂຫຍດຢ່າງຊອບທຳຖຶກຕ້ອງສອດຄ່ອງຕາມລະບຽບກົດໝາຍ. ເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາ ສ້າງສາເສດຖະກິດ-ສັງຄົມຂອງຂອງຊາດ.

ທີ່ມາ ປະຊາຊົນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...