spot_img
Homeຂ່າວພາຍ​ໃນປກສ ແຂວງບໍລິຄໍາໄຊ ກວດຄົ້ນເຮືອນເປົ້າໝາຍ ພົບຢາບ້າ ໄດ້ 4 ລ້ານກວ່າເມັດ

ປກສ ແຂວງບໍລິຄໍາໄຊ ກວດຄົ້ນເຮືອນເປົ້າໝາຍ ພົບຢາບ້າ ໄດ້ 4 ລ້ານກວ່າເມັດ

Published on

ໃນວັນທີ 25 ເມສາ 2023 ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນແລະ ຕ້ານຟາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ນຳກໍາລັງເຂົ້າກວດຄົ້ນເຮືອນເປົ້າໝາຍທີ່ພົວພັນຄ້າຂາຍຢາເສບຕິດລາຍໃຫຍ່ ຢູ່ເຂດບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ພົບຢາບ້າ 4.000.000 ກວ່າເມັດ ສ່ວນເຈົ້າຂອງຢາບ້າເອົາຕົວຫຼົບໜີ.

อาจเป็นรูปภาพของ 1 คน

ຄະດີດັ່ງກ່າວ,ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນຈໍານວນໜຶ່ງມີການເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດປະເພດຢາບ້າ ຢູ່ເຂດບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ສະນັ້ນ ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງ ໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງພິສູດແຫ່ຼງຂ່າວ.

อาจเป็นรูปภาพของ 1 คน, เต้าหู้ และ ปลาวุ้น Lutefisk

ຜ່ານການສຶບສວນພິສູດແຫຼງຂ່າວຂອງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງສາມາດຮູ້ໄດ້ວ່າ: ກຸ່ມຄົນຈໍານວນດັ່ງກ່າວ ໄດ້ເອົາຢາເສບຕິດ ຈໍານວນຫຼາຍ ມາຊຸກເຊື່ອງໄວ້ຢູ່ເຮືອນຂອງປະຊາຊົນ ບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ເພື່ອຈະກຽມນໍາສົ່ງຂ້າມໄປປະເທດເພື່ອນບ້ານ.

ຈາກນັ້ນ, ຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບການຈັດຕັ້ງບ້ານເຂົ້າກວດຄົ້ນເຮືອນຫຼັງດັ່ງກ່າວ ພົບເຫັນຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 10 ເປົາ, ຈໍານວນ 4.019.000 ເມັດ, ນໍ້າໜັກ 447 ກິໂລກຼາມ.

ສ່ວນຜູ້ກະທໍາຜິດ ພ້ອມພັກພວກແມ່ນໄດ້ເອົາຕົວຫຼົບໜີ ຄະດີດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະພວມເລັ່ງຕິດຕາມຄົ້ນຫາເພື່ອຈັບຕົວຜູ້ກະທໍາຜິດ ພ້ອມພັກພວກມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ທີ່ມາ ວາລະສານ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...