Homeຂ່າວພາຍ​ໃນໂຄງການພັດທະນາແຫລ່ງທ່ອງທ່ຽວຄົບວົງຈອນ ສະໜາມບິນເກົ່າວັງວຽງ

ໂຄງການພັດທະນາແຫລ່ງທ່ອງທ່ຽວຄົບວົງຈອນ ສະໜາມບິນເກົ່າວັງວຽງ

Published on

ເມື່ອບໍ່ດົນມານີ້, ຫ້ອງວ່າການເມືອງວັງວຽງ, ແຂວງວຽງຈັນ ໄດ້ອອກແຈ້ງການໃຫ້ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ ແລະ ທຸລະກິດບໍລິການຕ່າງໆ ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະໜາມບິນເກົ່າໃຫ້ສຳເລັດຊ້າສຸດບໍ່ໃຫ້ກາຍວັນທີ 30 ເມສາ 2023 ເພື່ອໃຫ້ບໍລິສັດ ອີຈິນ ວິສະວະກໍາກໍ່ສ້າງລາວ ຈໍາກັດ ເຊິ່ງໄດ້ສໍາປະທານພື້ນທີ່ສະຫນາມບິນດັ່ງກ່າວ ຈະເລີ່ມລົງມືກໍ່ສ້າງເປັນແຫຼ່ງທ່ອງທ່ຽວຕາມແຜນການຂອງບໍລິສັດທີ່ໄດ້ວາງໄວ້ໃຫ້ສໍາເລັດໂດຍໄວ.

ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍ ສຽງແຫ່ງຊາດລາວ ໃນວັນທີ 24 ເມສາ 2023 ວ່າ: ການອອກແຈ້ງການຄັ້ງນີ້ ແມ່ນປະຕິບັດຕາມສັນຍາສໍາປະທານໂຄງການພັດທະນາແຫລ່ງທ່ອງທ່ຽວຄົບວົງຈອນສະໜາມບິນເກົ່າ ເຊີ່ງການນໍາແຂວງວຽງຈັນ ໄດ້ຕົກລົງກັບບໍລິສັດສໍາປະທານແຕ່ປີ 2018, ແຕ່ເນື່ອງຈາກຄວາມຫຍຸ້ງຍາກຫລາຍຢ່າງ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ນັບແຕ່ປີ 2019 ເຮັດໃຫ້ຜູ້ລົງທຶນບໍ່ສາມາດມາເຄື່ອນໄຫວດໍາເນີນກິດຈະການໄດ້.

ມາຮອດປັດຈຸບັນ ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນແຂວງໄດ້ສົມທົບກັບບໍລິສັດທົບທວນສັນຍາດັ່ງກ່າວຄືນໃໝ່ ແລະ ເຫັນວ່າບໍລິສັດມີຄວາມພ້ອມດ້ານການອອກແບບ, ທຶນຮອນ ແລະ ພາກສະໜາມທີ່ຈະຈັດຕັ້ງປະຕິບັດ. ສະນັ້ນ ຫລັງຈາກຜ່ານການປຶກສາຫາລືໃນກອງປະຊຸມຈຶ່ງແຈ້ງມາຫາ ເມືອງວັງວຽງ ເພື່ອສ້າງທຸກເງື່ອນໄຂໃນການດໍາເນີນການໄກ່ເກ່ຍ ແລະ ໃຫ້ຜູ້ທີ່ນໍາໃຊ້ພື້ນທີ່ອອກຈາກສະໜາມບິນເກົ່າ.

​ທ່ານໃຫ້ຮູ້ຕື່ມວ່າ: ພາຍຫລັງອອກແຈ້ງການດັ່ງກ່າວ, ມີບາງຜູ້ປະກອບການບໍ່ທັນເຂົ້າໃຈ ແລະ ສະເໜີຄືນວ່າການເຄື່ອນໄຫວດັ່ງກ່າວຈັດຕັ້ງປະຕິບັດບໍ່ຕໍ່ເນື່ອງ ແລະ ອາດຈະມີຜົນກະທົບຕໍ່ຜູ້ປະກອບການ. ຢ່າງໃດກໍຕາມ, ທາງເມືອງຢືນຢັນຕາມທີ່ຂັ້ນເທີງໄດ້ຕົກລົງກັບບໍລິສັດຜູ້ສໍາປະທານ ເພາະຄວາມຈິງແລ້ວທາງເມືອງແມ່ນມີຄວາມຕ້ອງການກ່ຽວກັບການພັດທະນາ ແລະ ຕ້ອງການແກ້ໄຂບັນດາຄວາມຫຍຸ້ງຍາກຢູ່ສະໜາມບິນເກົ່າແຫ່ງນີ້ທີ່ປະສົບຢູ່ໄປສູ່ການພັດທະນາເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ດີກວ່າເກົ່າ ເນື່ອງຈາກໄລຍະຜ່ານມາໄດ້ຮັບການສ່ອງແສງກ່ຽວກັບຄວາມບໍ່ຈົບງາມ ເປັນຕົ້ນ: ບັນຫາຂີ້ເຫຍື້ອ, ບັນຫາສິ່ງແວດລ້ອມ, ການຄ້າຂາຍມີລັກສະນະມົ້ວສຸມ ແລະ ອື່ນໆ. ດັ່ງນັ້ນ ທາງເມືອງຈຶ່ງສ້າງທຸກເງື່ອນໄຂເພື່ອໃຫ້ບໍລິສັດຜູ້ສໍາປະທານໄດ້ເຂົ້າມາພັດທະນາໂຄງການໃຫ້ສໍາເລັດໂດຍໄວ ແລະ ຮຽກຮ້ອງໃຫ້ຜູ້ປະກອບການ ກໍຄື ບັນດາທຸລະກິດຢູ່ສະໜາມບິນເກົ່າແຫ່ງນີ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການເມືອງວາງອອກ.
ແຫຼ່ງຂ່າວ: FM90

ບົດຄວາມຫຼ້າສຸດ

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...

ບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ...

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...