spot_img
Homeຂ່າວພາຍ​ໃນພິທີ ສະຫຼຸບຜົນງານໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ

ພິທີ ສະຫຼຸບຜົນງານໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ

Published on

ໃນວັນທີ 21 ເມສາ 2023 ຜ່ານມາ, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ຈັດພິທີ ສະຫຼຸບຜົນງານໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ທີ່ທັບນັກກີລາລາວເຂົ້າຮ່ວມ ດ້ວຍຜົນງານ 2 ຫຼຽນຄໍາ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ພ້ອມທັງປະດັບຫຼຽນໄຊແຮງງານ II, ຊັ້ນ III ແລະ ຫຼຽນກາແຮງງານ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຈ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກຊວງ ສຶກສາທິການ ແລະ ກີລາ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ພ້ອມດ້ວຍຄະນະນໍາ, ຄະນະຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ໄດ້ກ່າວລາຍງານວ່າ: ຜົນສໍາເລັດ ໃນຊີເກມ ຄັ້ງທີ 31 ໃນລະຫວ່າງວັນທີ 12-23 ພຶດສະພາ 2022 ທີ່ ສສ ຫວຽດນາມ ກັບຜົນງານ 2 ຫຼຽນຄໍາ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ຈາກການສົ່ງເຂົ້າຮ່ວມ 30 ປະເພດກີລາ ໂດຍມີຄະນະນໍາ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມທັງໝົດ 511 ຄົນເຊິ່ງສໍາເລັດຕາມເປົ້າໝາຍສາມາດຍາດໄດ້ຫຼຽນຫຼາຍກວ່າຊີເກມ ຄັ້ງທີ 30 ໃນປີ 2019 ທີ່ປະເທດຟິລິບປິນ, ສ່ວນການກຽມພ້ອມເຂົ້າຮ່ວມ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນລະຫວ່າງວັນ 5-17 ພຶດສະພາ 2023 ໂດຍເຈົ້າພາບກໍານົດເອົາ 46 ປະເພດກີລາ ສະເພາະ ສປປ ລາວ ກໍານົດສົ່ງເຂົ້າຮ່ວມທັງໝົດ 31 ປະເພດກີລາ ເຊິ່ງຄາດຄະນະຈໍານວນຄະນະນໍາ, ຄູຝຶກ ແລະ ນັກກີລາ 576 ( ຍິງ 131 ຄົນ ) ເຂົ້າຮ່ວມ.

ຂະນະດຽວກັນ ທ່ານ ສຈ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກຊວງ ສຶກສາທິການ ແລະ ກີລາ ໄດ້ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ II, ຊັ້ນ III ແລະ ຫຼຽນກາແຮງງານ ໃຫ້ແກ່ຄະນະນໍາ, ຄະນະຄູຝຶກ ແລະ ນັກກີລາ ທີ່ເຂົ້າຮ່ວມຊີເກມ ຄັ້ງທີ 31 ເຂົ້າຮ່ວມຮັບກຽດຕິຍົດດັັ່ງກ່າວຈໍານວນ 200 ກວ່າຄົນໃນພິທີດັ່ງກ່າວ, ຕໍ່ດ້ວຍການມອບເງິນລາງວັນການອັດສີດຈາກບໍລິສັດຕ່າງຄື:
-ບໍລິສັດເບຍລາວ ຈໍາກັດ ອຸປະຖໍ້າເງິນລາງວັນ 234.000.000 ກີບ ແລະ ສະໜັບສະໜູນຜະລິດຕະພັນເຄື່ອງດື່ມ, ເຄື່ອງນຸ່ງ ແລະ ເງິນສົດທັງໝົດ 633.287.000 ກີບ
-ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ອຸປະຖໍາເປັນເງິນລາງວັນທັງໝົດ 370.000.000 ກີບ
-ນອກນັ້ນ, ຍັງມີບັນກາການຈັດຕັ້ງ, ພາກລັດ, ບັນດາບໍລິສັດ ແລະ ບຸກຄົນທີ່ເປັນຄະນະບໍລິຫານງານ ສະຫະພັນ ໄດ້ປະກອບສ່ວນຊຸກຍູ້ ນັກກີລາຂອງແຕ່ລະປະເພດກີລາ ເປັນເງິນທັງໝົດ ເກືອບ 4 ຕື້ກວ່າກີບ.

ແຫຼ່ງຂ່າວ-ຮູບພາບ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...