spot_img
Homeນານາສາລະວິທີສົມມາພໍ່ແມ່ ຫຼື ຜູ້ອາວຸໂສຢ່າງຖືກຕ້ອງ

ວິທີສົມມາພໍ່ແມ່ ຫຼື ຜູ້ອາວຸໂສຢ່າງຖືກຕ້ອງ

Published on

ເນື່ອງໃນເທດສະການບຸນປີໃໝ່ລາວໃກ້ຈະມາຮອດ ການສົມມາພໍ່ແມ່ເພື່ອເປັນສິຣິມົງຄຸນໃຫ້ແກ່ຊີວິດ ຄວາມຈິງແລ້ວແມ່ນສາມາດເຮັດໄດ້ທຸກເວລາຕາມທີ່ຕົນຕ້ອງການ ແລະ ອີງໃສ່ຄວາມສະດວກຂອງຕົນເອງ ແລະ ຜູ້ເປັນພໍ່ແມ່ ບໍ່ຈຳເປັນເຈາະຈົງໃສ່ແຕ່ວັນເທດສະການປີໃໝ່ເທົ່ານັ້ນ ແຕ່ຍ້ອນຄ່ານິຍົມຂອງຄົນໃນສັງຄົມທີ່ນິຍົມກັນປະຕິບັດການສົມມາພໍ່ແມ່ໃນວັນປີໃໝ່.

ການສົມມາພໍ່ແມ່ ເພື່ອຂໍຂະມາລາໂທດເປັນໜຶ່ງໃນສິ່ງທີ່ລູກທຸກຄົນຄວນເຮັດ ເມື່ອເວລາຕົນປະພຶດຕົນບໍ່ດີກັບຜູ້ເປັນພໍ່-ແມ່ ຫຼື ຍາດຜູ້ໃຫຍ່ ບໍ່ວ່າຈະເປັນການກະທຳທາງກາຍ, ວາຈາ ທີ່ສົ່ງຜົນທາງດ້ານຈິດໃຈ ເພາະມັນມັນຍັງສະແດງໃຫ້ເຫັນຄວາມສຳນຶກບຸນຄຸນຂອງພໍ່ແມ່ທີ່ລ້ຽງດູຕົນເອງມາໃຫ້ໃຫຍ່ກ້າໜ້າບານ ເຊິ່ງການສົມມາພໍ່ແມ່ນັ້ນເຮົາຕ້ອງກຽມຫຍັງແນ່ມາຮູ້ຈັກໄປພ້ອມກັນເລີຍ.

ສິ່ງທີ່ຕ້ອງກຽມເວລາສົມມາ

  1. ຂັນ 5 ດອກໄມ້ ແລະ ທຽນ
  2. ຝ້າຍຜູກແຂນ
  3. ສິ້ນຜືນແພວາ (ເຄື່ອງນຸ່ງຖືທີ່ຈະມອບໃຫ້ພໍ່ແມ່) ແລະ ເງິນຈຳນວນໜຶ່ງ ຖ້າກໍລະນີຜູ່ບໍ່ມີກໍ່ເລືອກເອົາອັນໃດອັນໜຶ່ງກໍ່ໄດ້
  4. ນ້ຳອົບນ້ຳຫອມ

ໝາຍເຫດ: ກໍລະນີບໍ່ໄດ້ກຽມຫຍັງອາດຈະເປັນຍ້ອນເງື່ອນໄຂບໍ່ພ້ອມ ຫຼື ດ້ວຍເຫດອັນໃດກໍ່ແລ້ວແຕ່ຫາກທ່ານມີຈຸດປະສົງ ມີຄວາມຕັ້ງໃຈຈິງແທ້ ພຽງແຕ່ທ່ານຍໍມືນົບຕັ້ງຈິດໃຈໃຫ້ຢູ່ໃນຄວາມບໍລິສຸດ ກ່າວຂໍຂະມາລາໂທດແກ່ພໍ່ແມ່ດ້ວຍວາຈາອອກມາຈາກໃຈຈິງແລ້ວກົ້ມກາບໄຫວ້ພວກເພິ່ນທີ່ຕັກ ຫຼື ຕີນຂອງເພິ່ນເທົ່ານີ້ກໍ່ໄດ້ແລ້ວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...