spot_img
Homeຂ່າວພາຍ​ໃນວາງສີລາລືກໂຄງການກໍ່ສ້າງ ສູນວັດທະນະທໍາເດັກແຂວງບໍ່ແກ້ວ

ວາງສີລາລືກໂຄງການກໍ່ສ້າງ ສູນວັດທະນະທໍາເດັກແຂວງບໍ່ແກ້ວ

Published on

ພິທີວາງສີລາລືກໂຄງການກໍ່ສ້າງສູນວັດທະນະທໍາເດັກແຂວງບໍ່ແກ້ວ ໂດຍທຶນຊ່ວຍເຫຼືອຂອງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງເຊີນລາ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ເມສາ ນີ້, ໂດຍມີ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ທ່ານ ຮວງ ກວັກ ແຄ໋ງ ຮອງເລຂາພັກແຂວງ ປະທານປົກຄອງແຂວງເຊີນລາ ສສ ຫວຽດນາມ, ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ ທ່ານ ຮວງ ກວັກ ແຄ໋ງ ໄດ້ກ່າວມອບທຶນຊ່ວຍເຫຼືອ ໂຄງການກໍ່ສ້າງສູນວັດທະນະທໍາເດັກແຂວງບໍ່ແກ້ວ ລວມມູນຄ່າ 5 ຕື້ດົງ ກ່າວຮັບໂດຍ ທ່ານ ບົວຄົງ ນາມມະວົງ ພ້ອມທັງກ່າວຄໍາຂອບໃຈຕໍ່ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງເຊີນລາ ສສ ຫວຽດນາມ ທີ່ໃຫ້ທຶນການຊ່ວຍເຫຼືອ ສ້າງສູນວັດທະນະທໍາເດັກ ແຂວງບໍ່ແກ້ວ ແຫ່ງນີ້ ທີ່ຈະເປັນບ່ອນຝຶກສອນນັກຮຽນໃຫ້ຮູ້ຈັກດ້ານວັດທະນະທໍາ, ສິລະປະ, ບົດຟ້ອນ, ຮ້ອງເພງ, ຫຼິ້ນດົນຕີພື້ນເມືອງ ແລະ ດົນຕີສາກົນ.

ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ໄດ້ລາຍງານການກະກຽມຄວາມພ້ອມໃນການກໍ່ສ້າງສູນວັດທະນະທໍາເດັກແຂວງບໍ່ແກ້ວ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເອົາ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ໂຄງການນີ້ ຕັ້ງຢູ່ສວນສາທາລະນະໜອງຖານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນທັນວາ 2022 ເປັນຕົ້ນມາ, ເປັນອາຄານຊັ້ນເຄິ່ງ ມີຂະໜາດ 22×24 ແມັດ, ປະກອບມີ 13 ໜ້າວຽກ, ອອກແບບຕາມມາດຖານເຕັກນິກ ເປັນເອກະລັກສະເພາະທີ່ໂດດເດັ່ນສວຍງາມ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...