spot_img
Homeຂ່າວຕ່າງປະເທດອຶ້ງ! ອາຈານກັງຟູຈີນ ໃຊ້ອະໄວຍະວະເພດ ຍົກກ້ອນດິນຈີ່ໜັກ 70 ກ່ວາກິໂລ!

ອຶ້ງ! ອາຈານກັງຟູຈີນ ໃຊ້ອະໄວຍະວະເພດ ຍົກກ້ອນດິນຈີ່ໜັກ 70 ກ່ວາກິໂລ!

Published on

news01-1

 

ສຳນັກຂ່າວຕ່າງປະເທດລາຍງານ 28 ພະຈິກນ້ີວ່າ ຊາຍຊາວຈີນທີ່ຖືກຍົກໃຫ້ເປັນປະຣະມາຈານສາດ ວິຊາກັງຟູ

ອາຍຸ 70 ປີ ໄດ້ທຳການສະແດງພາລະກຳລັງສຸດຍອດຈາກຮ່າງກາຍຂອງລາວ ດ້ວຍການໃຊ້ອະໄວຍະວະເພດຍົກ

ເຄື່ອງທີ່ມີນ້ຳໜັກ 70 ກ່ວາກິໂລ ແກ່ວງໄປມາຫລາຍນາທີ.

 

ລາຍງານໄດ້ລະບຸວ່າ ທ່ານ ເຈົ່າ ເສິນຫົວ ອາຍຸ 70 ປີ ຫລື ອາຈານເຈົ່າ ປະຣະມາຈານສາດວິຊາກັງຟູ ເຊິ່ງເຄີຍຜ່ານ

ການເຝິກຝົນວິຊານີ້ມາຈາກວັດເສົ້າຫລິນ ສຳນັກກັງຟູຕໍ່ສູ້ກຳລັງພາຍໃນຊື່ດັງຂອງຈີນ, ໂດຍອາຈານເຈົ່າໄດ້ທຳ

ການສະແດງສຸດປະຫລາດ ແລະ ທ້າທາຍສາຍຕາຜູ້ຄົນ ດ້ວຍການຜູກກ້ອນດິນຈີ່ຂະໜາດໃຫຍ່ ນ້ຳໜັກປະມານ

70 ກິໂລ ໄວ້ທີ່ອະໄວຍະວະເພດຂອງຕົວເອງ.

 

ອາຈານເຈົ່າ ຄ່ອຍໆລຸກຂຶ້ນ ແລະ ຍົກກ້ອນດິນຈີ່ຂະໜາດໃຫຍ່ຂຶ້ນດ້ວຍອະໄວຍະວະເພດ ຈົນກ້ອນດິນຈີ່ລອຍຂຶ້ນ

ເໜືອພື້ນດິນ ກ່ອນຈະແກ່ວງໄປມາເຖິງ 320 ຄັ້ງ ລວມເປັນເວລາ 10 ນາທີ ກ່ອນທີ່ຈະຢຸດຕິການສະແດງລົງ.

 

ທັງນີ້ ອາຈານເຈົ່າເປີດເຜີຍວ່າ ສາດນີ້ເປັນວິຊາທີ່ເຝິກຝົນຍາກທີ່ສຸດໃນສຳນັກເສົ້າຫລິນ ເຊິ່ງວິທີນີ້ເຮັດໃຫ້ສຸຂະ

ພາບຂອງເຂົາເອງແຂງແຮງກ່ວາຄົນອາຍຸເທົ່າໆກັນ.

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...