spot_img
Homeຂ່າວພາຍ​ໃນຜົນຈັບສະຫຼາກ ເຕະບານ AFC U17 Finals 2023

ຜົນຈັບສະຫຼາກ ເຕະບານ AFC U17 Finals 2023

Published on

ພິທີຈັບສະຫຼາກ ຮອບບ່ງກຸ່ມ 16 ທີມ AFC U17 Finals 2023 ໄດ້ມີຂຶ້ນ ໃນຕອນ​ບ່າຍ​ວັນ​ທີ 30 ມີນາ​ນີ້ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ແບ່ງອອກ ເປັນ 4 ກຸ່ມ ດັ່ງນີ້.
ກຸ່ມ A ເຢເມນ, ມາເລເຊຍ, ລາວ ແລະ ໄທ ເຈົ້າພາບ
ກຸ່ມ B ເກົາຫຼີ, ອີຣານ, ອັຟການິສຖານ ແລະ ກາຕາ
ກຸ່ມ C ທາຈິກິສະຖານ, ອົດສະຕຣາລີ, ຊາອຸດິອາຣາເບຍ ແລະ ຈີນ
ກຸ່ມ D ຍີ່ປຸ່ນດ ອິນເດຍ, ຫວຽດ ແລະ ອຸເບກິດສະຖານ.​

ການແຂ່ງຂັນບານເຕະຊີງແຊ໋ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ 2023 ຈະຈັດຂຶ້ນໃນວັນທີ 15 ມິຖຸນາ ຫາ ວັນທີ 2 ກໍລະກົດ 2023 ທີ່ 4 ສະໜາມ ຄື: ຣາຊະມັງ, ປະທຸມທານີ, ທຳມະສາດ ແລະ ຊົນບູລີ. ການແຂ່ງຂັນຄັດເອົາເລືອກເອົາທີມອັນດັບທີ 1 ແລະ ທີ 2 ຜ່ານເຂົ້າຮອບຮອງຊະນະເລີດ ແລະ 4 ທີມທີ່ຊະນະໃນຮອບຮອງຊະນະເລີດຈະຜ່ານເຂົ້າຮອບຮອງຊະນະເລີດ, ແລະໃນເວລາດຽວກັນໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ FIFA U17 World Cup 2023 ຮອບສຸດທ້າຍທີ່ຈະຈັດຂຶ້ນທີ່ປະເທດເປຣູໄນໃນເດືອນຕຸລາ ປີນີ້.

ທີ່ມາ: Lao Sports Media

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...